ເມືອງຄຳເກີດ ມອບ – ຮັບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ

ພິທີມອບ-ຮັບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ລະຫວ່າງຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເຂົ້າຮ່ວມໂດຍ ທ່ານ ໂພສອນ ທະລາທອນ ຮອງຫົວຫນ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ແລະ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ, ມີຫົວຫນ້າຫ້ອງການທັງສອງຫ້ອງການ ພ້ອມວິຊາການ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອຸໄທ ໄຊຍະຈັກ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ຂັ້ນຕົ້ນລະຫວ່າງຫ້ອງການອຸດສາຫະກຳ – ການຄ້າ ແລະ ຫ້ອງການກະສິກຳ – ປ່າໄມ້ເມືອງ ທ່ານໃຫ້ຮູ້ວ່າ: ການມອບໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແມ່ນປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 603/ນຍ ແລະ 604/ນຍ ເຊິ່ງມີລາຍລະອຽດຄື: ໂຮງສີເຂົ້າ 504 ຫົວໜ່ວຍ, ໂຮງງານຂ້າສັດຈໍານວນ 3 ຫົວໜ່ວຍ, ໂຮງງານແປ້ງມັນຕົ້ນ 1 ຫົວໜ່ວຍ, ໂຮງງານຖ່ານຂາວ 2 ຫົວໜ່ວຍ, ໂຮງງານປຸງແຕ່ງໄມ້ສໍາເລັດຮູບ-ເຄິ່ງສໍາເລັດຮູບ ແລະ ເຟີນີເຈີແບບຄອບຕົວ 9 ຫົວໜ່ວຍ, ໂຮງງານສະກັດຝຸ່ນເຄືອແຫມ 1 ຫົວໜ່ວຍ, ໂຮງງານຕົ້ມກັ່ນຫົວນໍ້າຫອມໄມ້ຫິ້ງຫອມ 1 ຫົວໜ່ວຍ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກໍາ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກໍາ.

ພ້ອມນັ້ນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຂຶ້ນເຊັນບົດບັນທຶກມອບ-ຮັບໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້ຂັ້ນຕົ້ນຕາມ 11 ລາຍການ ໂດຍການເປັນສັກຂີພະຍານຂອງປະທານ ແລະ ພາກສ່ວນກ່ຽວຂ້ອງ.

About admins14