ກອງປະຊຸມໃຫຍ່ກຳມະບານຮາກຖານສາທາລະນະສຸກເມືອງ ຄັ້ງທີ IV

ໃນວັນທີ 16 ກຸມພາ 2023 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງ ຄຳເກີດ ໄດ້ຈັດກອງປະຊຸມໃຫຍ່ກຳມະບານຮາກຖານສາທາລະນະສຸກເມືອງ ຄັ້ງທີ IV ຂຶ້ນ ໂດຍການເປັນປະທານຂອງ ທ່ານ ດຣ ພານີວອນ ແກ້ວພຸດທະວົງ ຄະນະບໍລິຫານງານສະຫະພັນກຳມະບານເມືອງ ປະທານກຳມະບານຮາກຖານສາທາລະນະສຸກເມືອງ ແລະ ເຂົ້າຮ່ວມໂດຍທ່ານ ນ. ໄມຈັນ ພົມມະລິນໄຊ ຮອງປະທານສະຫະພັນກຳມະບານເມືອງ, ມີເລຂາໜ່ວຍພັກສາທາລະນະສຸກເມືອງ, ກຳມະບານຮາກຖານອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ, ສະມາຊິກກຳມະບານຮາກຖານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ກໍາມະບານຮາກຖານສາທາລະນະສຸກຄັ້ງທີ IV ເຫັນວ່າໄດ້ເຄື່ອນໄຫວເຮັດວຽກການເມືອງ-ແນວຄິດ ໂຄສະນາສຶກສາອົບຮົມ ເຜີຍແຜ່ສະມາຊິກກຳມະບານ, ກໍາມະກອນຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ເປັນຕົ້ນ: ກົດໝາຍວ່າດ້ວຍກໍາມະບານລາວ, ເຜີຍແຜ່ເຊື່ອມຊຶມກົດລະບຽບກໍາມະບານລາວ, ຂໍ້ແຂ່ງຂັນ 5 ເປັນເຈົ້າ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາມະບານລາວ.

ໃນໄລຍະຜ່ານມາ ພະນັກງານໃນຂົງເຂດສາທາລະນະສຸກ ໄດ້ສຸມໃສ່ທາງດ້ານເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານບໍລິການທີ່ສັງກັດຢູ້ໃນຂົງເຂດຄວາມຮັບຜິດຊອບ ປິ່ນປົວຄົນເຈັບ ຕາມຫຼັກວິຊາສະເພາະ ເຊັ່ນ: ກວດພະຍາດເຂດນອກໄດ້ 23.649 ຄົນ, ຮັບຄົນເຈັບນອນໂຮງໝໍໄດ້ 7.084 ຄົນ, ຜ່າຕັດໃຫຍ່ໄດ້ 378 ຄົນ, ຜ່າຕັດກາງໄດ້ 379 ຄົນ, ຜ່າຕັດນ້ອຍໄດ້ 838 ຄົນ, ຊ່ວຍເກີດລູກໄດ້ 1.749 ຄົນ, ສົ່ງປິ່ນປົວຕໍ່ໄດ້ 579 ຄົນ.

ຈາກນັ້ນ ສະມາຊິກກໍາມະບານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເອົາຄະນະກຳມະບານຮາກຖານຊຸດໃໝ່ ແລະ ເປັນເອກສັນເລືອກເອົາ ສະຫາຍ ທະນູສັກ ໄຊພັກດີ ເປັນປະທານ, ສະຫາຍ ນ. ໂນລີ ແສງສົມບັດ ເປັນຮອງ, ສະຫາຍ ໄພສານ ສຸກທົນ, ສະຫາຍ ນ. ຈັນດາ ແກ້ວມະນີ ແລະ ສະຫາຍ ບຸນຍົກ ອິນທະວົງ ເປັນຄະນະ.

About admins14