ປະກາດສ້າງຕັ້ງສະມາຄົມຂົນສົ່ງສິນຄ້າປະຈໍາເມືອງວຽງທອງ

ກອງປະຊຸມເປີດໂຕສະມາຊິກກຸ່ມສະມາຄົມຂົນສົ່ງສິນຄ້າແຂວງ ປະຈໍາເມືອງວຽງທອງ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2023 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ, ເຂົ້າຮ່ວມໂດຍ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາຫົວໜ້າຫ້ອງການ, ປະທານສະມາຄົມຂົນສົ່ງສີ້ນຄ້າແຂວງ, ສະມາຊິກພາຍໃນກຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງເລກທີ 21872/ຍທຂ ວ່າດ້ວຍການຮັບຮອງ ການສ້າງຕັ້ງສະມາຄົມຂົນສົ່ງແຂວງບໍລິຄຳໄຊ, ຂໍ້ຕົກລົງເລກທີ 334/ຂບຊ ວ່າດ້ວຍການສ້າງຕັ້ງສະມາຄົມຂົນສົ່ງສິນຄ້າແຂວງ ແລະ ຂໍ້ຕົກລົງເລກທີ 79 / ສຄຂບຊ ຂອງປະທານສະມາຄົມຂົນສົ່ງສິນຄ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານ ລົງປະຈໍາເມືອງວຽງທອງ ເຊີ່ງໄດ້ແຕ່ງຕັ້ງ ທ່ານ ພຸດທະເສນ ມະນີວົງໄຊ ເປັນຫົວໜ້າຊີ້ນໍາລວມ, ທ່ານ ວິລະໄຊ ພິມມະສອນ ເປັນຜູ້ກວດກາ ແລະ ທ່ານ ວຽງໄຊ ຕ້ອງສົມພູ ເປັນສະມາຊິກ ເປັນຜູ້ປະຈຳການຢູ່ເມືອງວຽງທອງ.

ຈາກນັ້ນ ທ່ານ ເດດ ພະລີນທອງ ປະທານສະມາຄົມຂົນສົ່ງສິນຄ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານບົດແຜນການ ເຄື່ອນໄຫວຂອງສະມາຄົມຂົນສົ່ງສິນຄ້າແຂວງບໍລິຄຳໄຊ ເຊິ່ງຜ່ານມາເຫັນວ່າການຂົນສົ່ງສີນຄ້າພາຍໃນແຂວງ ແລະ ເມືອງ ຍັງເປັນແບບກະແຈກກະຈ່າຍ ດຳເນີນທຸລະກິດພໍໃຜພໍລາວ, ດັ່ງນັ້ນ ການສ້າງຕັ້ງສະມາຄົມຂົນສົ່ງສິນຄ້າຂອງແຂວງ ແລະ ເມືອງ ຈຶ່ງມີຄວາມຈໍາເປັນ ຈະໄດ້ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທີງ ໃນການກວດກາ-ເກັບກຳ-ຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດ ທີ່ເຮັດກ່ຽວກັບການບໍລິການຂົນສົ່ງພາຍໃນແຂວງ ແລະ ເມືອງ ໃຫ້ໄປຕາມລະບຽບການ.

About admins14