ເມືອງຄຳເກີດ ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ

 

ເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງນັກຮົບປະຕິວັດ ແລະ ຜູ້ນຳທີ່ແສນເຄົາລົບຮັກ ໃນຕອນເຊົ້າວັນທີ 1 ທັນວາ 2020 ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຂຶ້ນ ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄຳເກີດ, ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການ ແລະ ພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມ.

           ທ່ານ ເຈົ້າເມືອງ ໄດ້ຫວນຄືນເຖິງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍວັນທີ 2 ທັນວາ ປີ 1975.

               2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແມ່ນວັນທີ່ປະຊາຊົນລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ ແມ່ນວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ການສ້າງຕັ້ງປະເທດລາວສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

 

        ນອກນັ້ນ ໃນພິທີໄດ້ຮັບຟັງການຫວນຄືນຊີວິດ ແລະ ການປະຕິວັດ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍຕະຫຼອດເວລາ ທ່ານໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍ, ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະ ໃນເດືອນ ສິງຫາ ປີ 1991 ເລືອກຕັ້ງເປັນ ປະທານປະເທດແຫ່ງ ສ.ປ.ປ ລາວ.

 

About admin11