ການນຳແຂວງບໍລິຄຳໄຊ ອວຍພອນພະນັກງານອາວຸໂສບຳນານ ແລະ ຢ້ຽມຢາມຄົນເຈັບ ຢູ່ 2 ໂຮງໝໍ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ໃນວັນທີ 1 ທັນວາ 2020 ການນຳແຂວງບໍລິຄຳໄຊ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ຄອບຄົວທ່ານ ອຸ່ນຫຼາ ໄຊຍະສານ ອະດີດເຈົ້າແຂວງບໍລິຄຳໄຊ ຢູ່ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ, ຄອບຄົວທ່ານ ພັນເອກ ຄຳໝັ້ນ ຂຸນຈັນທະ ວິລະຊົນແຫ່ງຊາດ ຢູ່ບ້ານສີວິໄລ ເມືອງປາກຊັນ ແລະ ຄອບຄົວທ່ານ ພັນເອກ ຄຳຟອງ ບານທະວົງ ນັກຮົບແຂ່ງຂັນ ອາດີດປະທານສະຫະພັນນັກຮົບເກົ່າແຂວງ ຢູ່ບ້ານຊະນະໄຊ ເມືອງປາກຊັນ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ຄະນະນຳແຂວງບໍລິຄຳໄຊ ອວຍພອນໃຫ້ພະນັກງານອາວຸໂສບຳນານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໂຊກດີຕະຫຼອດໄປ ແລະ ສືບຕໍ່ໃຫ້ຄຳຊີ້ນຳ, ຕັກເຕືອນ, ບອກສອນ ແກ່ພະນັກງານຮຸ່ນຫຼັງ ເພື່ອເປັນບົດຮຽນໃນການພັດທະນາບັນດາວຽກງານ ໃຫ້ໄດ້ຮັບຜົນສຳເລັດໃນແຕ່ລະໄລຍະ ແລະ ທ່ານເຈົ້າແຂວງ ກໍ່ໄດ້ມອບກະຕ່າຂອງຂວັນອວຍພອນໃຫ້ອະດີດການນຳແຂວງບໍລິຄຳໄຊແຕ່ລະທ່ານ.

ຫຼັງຈາກນັ້ນການນຳແຂວງບໍລິຄຳໄຊ ແລະ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຄົນເຈັບຢູ່ໂຮງໝໍໂຮງໝໍທະຫານແຂວງ ແລະ ໂຮງໝໍແຂວງບໍລິຄຳໄຊ ເພື່ອລົງມາພົບປະພໍ່ແມ່ປະຊາຊົນ ແລະ ໃຫ້ກຳລັງໃຈຄົນເຈັບ ທີ່ເຂົ້າມາຮັບການປິ່ນປົວຢູ່ໂຮງໝໍດັ່ງກ່າວ.

About admins14