ເມືອງບໍລິຄັນ ຈັດພິທີທໍາລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ

ໃນວັນທີ່ 30 ພະຈິກ 2020 ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ ແລະ ເສຍຄຸນນະພາບຂື້ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີການນໍາຫຼັກແຫຼ່ງຂັ້ນເມືອງ ພ້ອມດ້ວຍຄະນະກໍາມະການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ຈໍາປາ ສີສຸທໍາ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ລາຍງານສະພາບການ ໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ວ່າ: ເພື່ອເປັນການປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ່ 572/ຈມ.ບຄ, ລົງວັນທີ 15 ພະຈິກ 2013 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການກວດກາສິນຄ້າ-ລາຄາ ແລະ ຄຸ້ມຄອງຕະຫຼາດພາຍໃນເມືອງ, ໃນການລົງກວດກາຕົວຈິງຢູ່ 3 ເຂດໃຫ່ຍ ຄື: ເຂດເທດສະບານເມືອງ, ເຂດຜາເມືອງ ແລະ ເຂດບ້ານບໍ່ ຕາມຫ້າງຮ້ານຕ່າງໆ ສາມາດກວດກາສິນຄ້າ ແລະ ຢຶດໄດ້ໃນຄັ້ງນີ້ ມີປະເພດເຄື່ອງບໍລິໂພກ ເຊັ່ນ: ເຂົ້າໜົມ, ເຄື່ອງດື່ມປະເພດນໍ້າຫວານ, ເຄື່ອງປຸງ, ເຄື່ອງສໍາອາງ, ຢາ ແລະ ອື່ນໆ ລວມມຸນຄ່າທັງໝົດ 2 ລ້ານກ່ວາກີບ.

ໃນຕອນທ້າຍ ທ່ານເຈົ້າເມືອງ ກໍ່ໄດ້ມີຄຳເຫັນ ໂດຍໄດ້ຮຽກຮ້ອງ ໃຫ້ຄະນະດັ່ງກ່າວ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕົວຈິງໃນໃລຍະຜ່ານມາ ຈົນສາມາດກວດ-ຍືດໄດ້ສິນຄ້າດັ່ງກ່າວ ຈົ່ງສືບຕໍ່ລົງກວດກາຕາມຮ້ານຕ່າງໆທີ່ຍັງຄ້າງຄາ ເພື່ອເປັນການທໍາລາຍສິນຄ້າທີ່ໝົດອາຍຸ ໃຫ້ໝົດໄປ ເຮັດໃຫ້ຜູ້ອຸປະໂພກ-ບໍລິໂພກ ກໍ່ຄືຜູ້ຊົມໃຊ້ ໄດ້ຮັບຄຸນນະພາບສູງເປັນກ້າວໆ ຈາກນັ້ນຍັງໄດ້ພ້ອມກັນທໍາລາຍສີນຄ້າດັ່ງກ່າວ ດ້ວຍການຂຸດຂຸມຝັງ.

 

About admin11