ເຜີຍແຜ່ນິຕິກໍາຂອງຂະແໜງສຶກສາທິການ ແລະ ກິລາ

ຕອນເຊົ້າຂອງວັນທີ 16 ສິງຫາ 2021 ນີ້ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການສືກສາທິການ ແລະ ກິລາເມືອງວຽງທອງ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາຂອງຂະແໜງສຶກສາທິການ ແລະ ກິລາ ປະຈໍາປີ 2021 ໃຫ້ພະນັກງານຂະແໜງສຶກສາທົ່ວເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັັກເມືອງວຽງທອງ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ, ມີບັນດາພະນັກງານຫ້ອງການສຶກສາທິການ-ກິລາເມືອງ ແລະ ຄູ-ອາຈານທົ່ວເມືອງເຂົ້າຮ່ວມ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການ ເຜີຍແຜ່-ເຊື່ອມຊືມບັນດາເອກະສານຕ່າງໆທີ່ສໍາຄັນເປັນຕົ້ນແມ່ນ ການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັັດ ແລະ ແບບແຜນວິທີເຮັດວຽກ, ກົດໝາຍ ວ່າດ້ວຍການສຶກສາ ສະບັບປັບປຸງ, ດໍາລັດ ວ່າດ້ວຍຈັນຍາບັນພະນັັກງານ-ລັັດຖະກອນ, 3 ຫຼັກສະນະ, 5 ຫຼັກມູນ 3 ຂໍ້ແຂ່ງຂັນ, ຫຼັກການຄຸ້ມຄອງໂຮງຮຽນ, ຫຼັກການຄວາມເປັນຜູ້ນໍາ, ການນໍາພາ ແລະ ການຄຸ້ມຄອງ, ແຜນພັດທະນາການສຶກສາ-ກິລາ ຂອງສູນກາງ ແລະ ແຂວງ, ຜົນສໍາເລັດການຈັດຕັ້ງປະຕິບັດເພື່ອບັນລຸຄາດໝາຍຂອງແຂວງ ແລະ ເອກະສານກ່ຽວກັບຄຸນສົມບັດ, ຈັນຍາບັນຂອງຄູ. ຈຸດປະສົງໃນການເຊື່ອມຊືມຄັ້ງນີກໍ່ເພື່ອເຮັດໃຫ້ພະນັກງານຂະແໜງສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງສອດຄ່ອງກັບເນື້ອໃນຈິດໃຈຢ່າງມີຜົນສໍາເລັດ. ການເຜີຍແຜ່-ເຊື່ອມຊືມຄັ້ງນີ້ຈະດຳເນີນໄປເປັນເວລາສອງວັນຈື່ງສຳເລັດ.

About admin11