ມອບນາມມະຍົດໃຫ້ບ້ານໂພນດູ່ເປັນບ້ານໜັກແໜ້ນ, ເຂັ້ມແຂງ ປະຈໍາປີ 2021

ຕອນເຊົ້າຂອງວັນທີ 13 ສິງຫາ 2021 ບ້ານໂພນດູ່, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ບ້ານໜັກແໜ້ນ, ເຂັ້ມແຂງ ປະຈໍາປີ 2021 ພິທີຈັດຂື້ນຢູ່ຫ້ອງການບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ກໍາມະການພັກເມືອງ, ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການພາຍໃນເມືອງ, ມີອຳນາດການປົກຄອງບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານການລົງປະເມີນບ້ານໂພນດູ່ເປັນບ້ານໜັກແໜ້ນເຂັ້ມແຂງ, ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການພາຍໃນເມືອງວຽງທອງ ວ່າດ້ວຍການປະກາດຮັບຮອງເອົາບ້ານໂພນດູ່ເປັນບ້ານໜັກແໜ້ນເຂັ້ມແຂງ ປະຈໍາປີ 2021, ບ້ານໂພນດູ່ປະກອບມີ 147 ຄອບຄົວ, ມີຈໍານວນພົນທັງໝົດ 673 ຄົນ, ຍິງ 329 ຄົນ. ຜ່ານການປະເມີນຕົວຈິງຂອງຄະນະຮັບຜິດຊອບແມ່ນເຫັນວ່າ ບ້ານໂພນດູ່ໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບ້ານໄດ້ຄົບຕາມ 10 ມາດຕະຖານທີກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຕະຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ, ປະຊາຊົນມີຄວາມເພີ່ງພໍໃຈການບໍລິການທີດີຂອງອົງການປົກຄອງບ້ານ 94% ແລະ ແຕ່ລະມາດຖານແມ່ນໄດ້ 80% ຂຶ້ນໄປ. ຈາກນັ້ນ ທ່ານ ຄໍາກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໜັກແໜ້ນເຂັ້ມແຂງໃຫ້ບ້ານດັ່ງກ່າວ.

About admin11