ປະຊາຊົນບ້ານຫ້ວຍໄຮ ໄດ້ຮັບໃບຕາດິນແບບເປັນລະບົບ 50 ຕອນ

ໃນຕອນເຊົ້າວັນທີ 13 ສິງຫາ 2021 ຢູ່ທີ່ສະໂມສອນບ້ານຫ້ວຍໄຮ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດພິທີມອບໃບຕາດິນແບບເປັນລະບົບ ໃຫ້ປະຊາຊົນ ຈຳນວນ 50 ຕອນ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ.

ທ່ານ ເຄນທາ ພົມມະວົງ ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານຂື້ນທະບຽນອອກໃບຕາດິນແບບເປັນລະບົບ ວ່າ: ບ້ານຫ້ວຍໄຮ ມີ 210 ຫຼັງຄາເຮືອນ, ມີ 187 ຄອບຄົວ, ມີປະຊາກອນ 1.031 ຄົນ, ຍີງ 489 ຄົນ.

ເປັນບ້ານທີ່ຕິດກັບເສັ້້ນທາງ ເລກ 8A, ມີເນື້ອທີ່ທັງໝົດ 2.500 ເຮັກຕ່າ, ມີຕົວເລກສຳມະໂນການນຳໃຊ້ທີ່ດິນທັງໝົດ 580 ຕອນ-ມີເນື້ອທີ່ 1.080,81 ເຮັກຕ່າ. ໃນນັ້ນ, ມີດິນປຸກສ້າງ 170 ຕອນ, ມີເນື້ອທີ່ 20,81 ເຮັກຕ່າ, ດິນກະສິກຳ 410 ຕອນ, ມີເນື້ອທີ່ 1.060 ເຮັກຕ່າ.

ການເດີນສຳຫຼວດພິສູດຫຼັກຖານ ອອກໃບຕາດິນແບບເປັນລະບົບຢູ່ບ້ານຫ້ວຍໄຮ ໄດ້ຈັດຕັ້ງປະຕິບັດໃນຕົ້ນເດືອນ ສິງຫາ 2020 ຫາ ທ້າຍເດືອນ ມັງກອນ ປີ 2021 ໄດ້ປິດລົງ ເຊີ່ງສາມາດປະກອບສຳນວນຕອນດິນ ໄດ້ທັງໝົດ 402 ຕອນ-ມີເນື້ອທີ 2.189.363 ຕາແມັດ, ທຽບໃສ່ຕົວເລກ ສຳມະໂນການນຳໃຊ້ທີ່ດິນພາຍໃນບ້ານ ປະຕິບັດໄດ້ 70%.

ໃນນັ້ນ, ສຳນວນຕອນດິນທີ່ມີຫຼັກຖານສົມບູນຄົບຖ້ວນທີ່ສາມາດສົ່ງໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ພິຈາລະນາ ແລະ ອອກໃບຕາດິນໃຫ້ ມີຈຳນວນ 360 ຕອນ-ເນື້ອທີ 2.150.893 ຕາແມັດ, ເຊີ່ງມີດິນປຸກສ້າງ 268 ຕອນ-ເນື້ອທີ 249.336 ຕາແມັດ, ດິນກະສິກຳ 92 ຕອນ-ເນື້ອທີ 1.901.557 ຕາແມັດ, ມາຮອດປະຈຸບັນ, ພະແນກ ຊສ ແຂວງໄດ້ເຊັນໃບຕາດິນອອກມາແລ້ວຈຳນວນ 50 ຕອນ ຈຶ່ງໄດ້ມີພິທີມອບໃຫ້ປະຊາຊົນຢ່າງເປັນທາງການ.

About admin11