ເຜີຍແຜ່ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ 2019-2030

ກອງປະຊຸມເຜີຍແຜ່ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ 2019-2030 ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ຢູ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ນາງ ມາລຽມ ເອ ຄານ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ. ຝ່າຍແຂວງບໍລິຄຳໄຊ ນຳໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ນັກຮຽນ ເຂົ້າຮ່ວມ.

ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ 2019 -2030 ປະກອບມີ 4 ພາກ ແລະ ໄດ້ປັບປຸງຫຼາຍວິທີການ ຢູ່ໃນນະໂຍບາຍ ປີ 1999 ແລະ 2006 ໃຫ້ແທດເໝາະກັບສະພາບຂອງປະຊາກອນ ແລະ ການພັດທະນາ ຮອດປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນ 8,1 ລ້ານຄົນ ເຊິ່ງການເພີ່ມຂຶ້ນຂອງປະຊາກອນ ແລະ ອັດຕາສ່ວນຂອງກຸ່ມອາຍຸຈະມີຄວາມແຕກຕ່າງກັນ, ໃນລະຫວ່າງປີ 2015-2030 ຈຳນວນປະຊາກອນທີ່ຢູ່ໃນໄວອາຍຸອອກແຮງງານ ( 15 ປີ ຂຶ້ນໄປ ) ຄາດວ່າຈະເພີ່ມຂຶ້ນຈາກ 4,4 ລ້ານຄົນ ມາເປັນ 6 ລ້ານຄົນ.

ໃນນີ້ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ປີ 2019 – 2030 ໄດ້ວາງ 9 ເປົ້າໝາຍໃນການຈັດຕັ້ງປະຕິບັດ ເຊັ່ນ: ສົ່ງເສີມສຸຂະພາບຈະເລີນພັນໃນກຸ່ມຄົນທີ່ດ້ອຍໂອກາດ ແລະ ເຂດຫ່າງໄກສອກຫຼີກ, ເລັ່ງລັດໃສ່ການຫຼຸດຜ່ອນອັດຕາການຕາຍຂອງເດັກອ່ອນ ແລະ ເດັກຕໍ່າກວ່າ 1 ປີ, ເດັກຕໍ່າກວ່າ 5 ປີ ໃນກຸ່ມຄົນຜູ້ດ້ອຍໂອກາດ ແລະ ເຂດຫ່າງໄກສອກຫຼີກ.

ໃຊ້ກາລະໂອກາດ ທາງດ້ານປະຊາກອນ ໃຫ້ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດ ສັງຄົມສູງສຸດ ສໍາລັບທຸກກຸ່ມຄົນ ແລະ ຂົງເຂດຢ່າງສະເໝີພາບ ແລະ ເປັນທໍາ, ເພີ່ມທະວີຜົນປະໂຫຍດສູງສຸດຂອງການເຄື່ອນຍ້າຍຈາກຊົນນະບົດສູ່ຕົວເມືອງ ແລະ ການເຄື່ອນຍ້າຍພາຍໃນ ແລະ ຕ່າງປະເທດ ພ້ອມທັງຫຼຸດຜ່ອນຜົນກະທົບດ້ານລົບຈາກການເຄື່ອນຍ້າຍໃຫ້ໜ້ອຍລົງ.

ກະກຽມຄວາມພ້ອມເພື່ອຮັບມືກັບບັນຫາສິ່ງທ້າທາຍຂອງສັງຄົມອາຍຸສູງ ແລະ ສະໜັບສະໜູນປະຊາກອນອາຍຸສູງ, ປັບປຸງລະບົບຖານຂໍ້ມູນດ້ານປະຊາກອນໃຫ້ຄົບຖ້ວນ ແລະ ມີຄຸນນະພາບຕາມມາດຕະຖານສາກົນ, ການເຊື່ອມສານຂໍ້ມູນດ້ານປະຊາກອນເຂົ້າໃນແຜນຍຸດທະສາດ, ແຜນການແຫ່ງຊາດ, ຂະແໜງການ ແລະ ທ້ອງຖິ່ນ, ບັນລຸຄວາມສະເໝີພາບຍິງ-ຊາຍ ໃນຂົງ ເຂດສັງຄົມ, ເສດຖະກິດ – ການ ເມືອງ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ.

About admins16