ມອບ-ຮັບອຸປະກອນກໍ່ສ້າງ, ສ້ອມແປງໂຮງຮຽນ ປະຖົມສົມບູນ ປາກກະດິງເໜືອ

ເພື່ອເປັນການຮູ້ບຸນຄຸນ ຕໍ່ສະຖານການສຶກສາ ທີ່ຕົນເອງເຄີຍສຶກສາ ກໍ່ຄືໂຮງຮຽນແຫ່ງທໍາອິດ ທີ່ໄດ້ສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນທີ່ມີຄວາມຮູ້, ຄວາມສາມາດ, ເປັນຄົນດີຂອງສັງຄົມຕະຫຼອດມາ, ໃນວັນທີ 30 ສິງຫາ 2021 ໄດ້ມີພິທີມອບ-ຮັບອຸປະກອນສ້ອມແປງ ແລະ ກໍ່ສ້າງໂຄງຫຼັງຄາໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ທີ່ມີການຊຸດໂຊມ ແລະ ເປ່ເພໄປຕາມການເວລາ.

ຕາງໜ້າມອບໂດຍ ທ່ານ ຕຸກຕາ ພ້ອມດ້ວຍທີມງານລູກຫຼານບ້ານປາກກະດິງເໜືອ ຕາງໜ້າຂື້ນຮັບອຸປະກອນ ໂດຍທ່ານເລຂາພັກບ້ານ ໂດຍຊ້ອງໜ້າຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຫຼັກໂຄງຫຼັງຄາ, ກະເບື້ອງ, ຂໍເກາະກະເບື້ອງ ແລະ ແນວລົບກະເບື້ອງ ເຊິ່ງລວມມູນຄ່າທັງໝົດ: 15.280.000 ກີບ.

ທ່ານນາຍບ້ານ ບ້ານປາກກະດິງເໜືອ ໃຫ້ຮູ້ອີກວ່າ: ໂຮງຮຽນແຫ່ງນີ້ປະກອບມີ 5 ຫ້ອງຮຽນ, ສ່ວນອຸປະກອນທີ່ເອົາມາມອບ ອາດຈະສ້ອມແປງໄດ້ພຽງບາງຫ້ອງເທົ່ານັ້ນ ຍັງມີຄວາມຕ້ອງການອຸປະກອນອີກຈໍານວນຫຼາຍ ເພື່ອມາສ້ອມແປງໃຫ້ທົ່ວທຸກຫ້ອງພາຍໃນໂຮງຮຽນ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງທາງສັງຄົມຜູ້ໃດທີ່ມີຈິດໃຈໃສສະທາຢາກປະກອບສ່ວນຊຸກຍູ້, ສ້ອມແປງ ຫຼື ຢາກພັດທະນາວຽກງານການສຶກສາ ກໍ່ຄືໂຮງຮຽນ ປະຖົມສົມບູນບ້ານປາກກະດິງເໜືອ ກໍ່ສາມາດນຳມາຊຸກຍູ້ ແລະ ປະກອບສ່ວນຊ່ວຍເຫລືອໄດ້.

About admins16