ມອບໃບຢັ້ງຢືນບ້ານໜັກແໜ້ນ-ເຂັ້ມແຂງ ໃຫ້ບ້ານນໍ້າກ້າງ

ຕອນເຊົ້າຂອງວັນທີ 30 ສິງຫາ 2021 ຢູ່ຫ້ອງການບ້ານນໍ້າກ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນ ບ້ານໜັກແໜ້ນ-ເຂັ້ມແຂງ ປະຈໍາປີ 2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການພາຍໃນເມືອງ, ນາຍບ້ານ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານການລົງປະເມີນບ້ານນໍ້າກ້າງ ວ່າ: ບ້ານນໍ້າກ້າງປະກອບມີ 137 ຫຼັງຄາເຮືອນ, ມີ 157 ຄອບຄົວ, ມີຈໍານວນພົນທັງໝົດ 752 ຄົນ, ຍິງ 373 ຄົນ, ໃນນັ້ນ ມີສະມາຊິກພັກ 27 ສະຫາຍ, ຍິງ 1 ສະຫາຍ. ຜ່ານການປະເມີນຕົວຈິງ ຂອງຄະນະຮັບຜິດຊອບ ເຫັນວ່າ ບ້ານນໍ້າກ້າງໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບ້ານໄດ້ຄົບຕາມ 10 ມາດຖານທີ່ກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ, ປະຊາຊົນມີຄວາມເພີ່ງພໍໃຈການບໍລິການທີດີຂອງອົງການປົກຄອງບ້ານ ແລະ ແຕ່ລະມາດຖານແມ່ນໄດ້ 80% ຂຶ້ນໄປ.

ຈາກນັ້ນ ທ່ານ ຄໍາກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນບ້ານໜັກແໜ້ນ-ເຂັ້ມແຂງໃຫ້ບ້ານດັ່ງກ່າວ ຢ່າງສົມກຽດ.

About admin11