ເປີດຝືກອົບຮົມວຽກງານວີຊາສະເພາະກຳລັງ ປກສ ກຸ່ມ – ປກສ ບ້ານ

ໃນວັນທີ 02 ສິງຫາ 2022ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກຊັນ ໄດ້ເປີດພິທີຝືກອົບຮົມວຽກງານ ປກສ ກຸ່ມ – ປກສ ບ້ານ ທົ່ວເມືອງປາກຊັນ ໂດຍການເປັນປະທານຂອງທ່ານ ພັນເອກ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ເປັນກຽດເຂົ້າຮ່ວມໂດຍທ່ານ ວົງສີ ທອງສີອີນທິປັນຍາ ເຈົ້າເມືອງປາກຊັນ ມີຄະນະກອງບັນຊາການ ປກສມືອງ, ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຄະນະພະແນກ, ເລຂາພັກບ້ານ – ນາຍບ້ານ, ອຳນາດການປົກຄອງບ້ານ, ປກສ ກຸ່ມ – ປກສ ບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຸດຝືກອົບຮົມ ໄດ້ຮັບຟັງຄຳສັງ ເລກທີ 27/ນຍ ລົງວັນທີ 5 ຕຸລາ 2011 ວ່າດວ້ຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂ້ປະກົດການຫຍໍ້ທໍ້ໃນສັງຄົມ, ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 702/ປກສ, ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ອະທິບາຍວິທີຈົດກ່າຍປື້ມ 5 ຊະນິດຂອງ ປກສ ບ້ານ, ເອກະສານວຽກງານຄຸ້ມຄອງເປົ້າໝາຍ, ເອກະສານການປ້ອງກັນສະຖານທີເກີດເຫດ, ເອກະສານວຽກງານ ສືບສວນ – ສອບສວນຂັ້ນພື້ນຖານ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເລກທີ 04 ແລະ ເລກທີ 514/ປກສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ປກສ ກຸ່ມບ້ານ, ປກສ ບ້ານ.

ຜ່ານການຈັດຕັ້ງເຊື່ອມຊຶມເອກະສານ ໄດ້ເຮັດໃຫ້ນັກສໍາມະນາກອນໃນກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ, ຮັບຮູ້ເຂົ້າໃຈຢ່າງຢ່າງເລິກເຊິ່ງຕໍ່ຂໍ້ກໍານົດ, ກົດລະບຽບ, ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍ່ຄືແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ຮັບຮູ້ເຂົ້າໃຈ ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່, ຄຸ້ມຄອງການຄົນເຂົ້າ-ອອກ ພາຍໃນບ້ານ, ສາມາດເກັບກໍາສະຖິຕິ ຄົນເພີ່ມ, ຄົນຫຼຸດ, ຄົນມາພັກເຊົາ, ຄົນເສຍຊີວິດ, ກໍາໄດ້ບັນດາເປົ້າໝາຍທີ່ມີການເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນບ້ານ.

ຕ້ອນທ້າຍ ຍັງໄດ້ຮັບຟັງຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ວົງສີ ທອງສີອີນທິປັນຍາ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບັນຊາທຸກຂັ້ນ, ກໍາລັງ ປກສ ກຸ່ມບ້ານ- ປກສ ບ້ານ ແລະ ອໍານາດການຈັດຕັ້ງບ້ານ ຈົ່ງພ້ອມກັນນໍາເອົາຂໍ້ກໍານົດ, ກົດລະບຽບ, ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍ່ຄືແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ແກ່ພໍ່ແມ່ປະຊາຊົນເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນວຽກງານທົ່ວປວງຊົນຮອບດ້ານ, ພ້ອມກັນນໍາເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດຢ່າງມີ ປະສິດທິຜົນສູງ, ແນ່ໃສ່ເຮັດໃຫ້ຮາກຖານບ້ານກໍ່ຄືເມືອງປາກຊັນ ມີຄວາມສະຫງົບປອດໄພມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເລື້ອຍໆ.

About admins14