ສະຫຼຸບວຽກງານ ການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ແລະ ຄູ່ຮ່ວມພັດທະນາພາຍໃນແຂວງ ປະຈຳປີ 2021

ກອງປະຊຸມສະຫຼຸບວຽກງານ ການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ແລະ ຄູ່ຮ່ວມພັດທະນາພາຍໃນແຂວງ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 3-4 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມພະແນກ ແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດເສດຖະກິດ, ມີຕາງໜ້າຜູ້ໃຫ້ທຶນຊ່ວຍການເຫຼືອຈາກບັນດາໂຄງການຕ່າງໆ ມີຄູ່ຮ່ວມພັດທະນາ, ບັນດາພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ ໄລຍະປີຜ່ານມາ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອບັນລຸຈຸດປະສົງ ແລະ ຄາດໝາຍຕາມແຜນພັດທະນາເສດຖະກິດ-ສັງຄົມທີ່ແຂວງວາງອອກ,

ສະນັ້ນ ແຂວງຈຶ່ງໄດ້ດຶງດູດການຊ່ວຍເຫຼືອຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ບໍ່ສັງກັດລັດຖະບານຍາດແຍ່ງເອົາການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມໃນການພັດທະນາເສດຖະ ກິດ-ສັງຄົມ ເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງເປັນກ້າວໆ.

ເຊີ່ງຕະຫຼອດໄລຍະຜ່ານມາເຫັນໄດ້ມີຂໍ້ສະດວກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຫຼາຍດ້ານເປັນຕົ້ນແມ່ນ ການເກັບກໍາຂໍ້ມູນທຶນຊ່ວຍເຫຼືອທາງການເພື່ອກການພັດທະນາແມ່ນຍັງມີລັກສະນະບໍ່ລວມສູນ,ການປະສານງານລະຫວ່າງສູນກາງກັບທ້ອງຖີ່ນໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການເພື່ອການພັດທະນາຍັງບໍ່ທັນກົມກຽວກັນເທົ່າທີ່ຄວນ,ອົງການຜູ້ໃຫ້ທຶນຈຳນວນໜື່ງມີລະບຽບການ, ຂັ້ນຕອນໃນການອະນຸມັດທຶນປະຕິບັດກິດຈະກໍາທີ່ເຂັ້ມງວດ ຊື່ງເຮັດໃຫ້ຂະແໜງການຂອງລັດພົບຄວາມຫຍຸ້ງຍາກໃນການປະຕິບັດກິດຈະກໍາ ເພາະຕ້ອງລໍຖ້າງົບປະມານ

ເຮັດໃຫ້ອາຍຸຂອງໂຄງການແກ່ຍາວອອກໄປ ແລະ ບໍ່ສຳເລັດຕາມເວລາທີກຳນົດໄວ້,ບັນດາພະແນກການທີ່ໄດ້ຮັບທຶນຊ່ວຍເຫຼືອ ແມ່ນຂາດການສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະ,ບັນຫາການລະບາດຂອງພະຍາດໂຄວິດ 19, ບັນຫາທີ່ເປັນຜົນກະທົບຈາກ ອັດຕາເງີນເຟີ້, ລາຄານ້ຳມັນແພງ ເຮັດໃຫ້ບາງກິດຈະກໍາຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ບາງກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວ ກໍ່ມີການໂຈະການເຄື່ອນໄຫວ ແລະ ບັນຫາອື່ນໆ ກອງປະຊຸມຈະໄດ້ຮັບຟັງການລາຍງານຈາກຄູ່ຮ່ວມພັດທະນາຈາກພະແນກການຈຳນວນໜື່ງ ແລະ ຈະໄດ້ປະກອບຄຳເຫັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ຕໍ່ກັບບັນຫາທີ່ຍັງຄົງຄ້າງ ຕົກລົງເປັນເອກະພາບກັນ ເຮັດໃຫ້ທິດທາງແຜນການທີ່ວາງໄວ້ໄດຮັບການຈັດຕັ້ງປະຕິບັດບັນລຸຕາມແຜນການ.

About admins14