ປກສ ເມືອງຄໍາເກີດ ປາຖະກະຖາ ປີສາມັກຄີ ລາວ-ຫວຽດນາມ

ໃນວັນທີ 3 ສິງຫາ 2022 ທີຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ, ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ໂດຍການເປັນປະທານ ແລະ ໃຫ້ກຽດເລົ່າຄືນມູນເຊື້ອ ໂດຍ ທ່ານ ພັນໂທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ ມີຄະນະພັກ ຄະນະກອງບັນຊາການ ຄະນະພະແນກ ປກສ ກຸ່ມບ້ານ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ປກສ ເມືອງເຂົ້າຮ່ວມ.

ນັບແຕ່ມື້ສ້າງຕັ້ງພັກຄອມມູນິດອິນດູຈີນ ປີ 1930 ເປັນຕົ້ນມາ ຄວາມເປັນພີ່ນ້ອງລະຫວ່າງ ສອງຊາດ ລາວ-ຫວຽດນາມ ມີຄວາມເລິກເຊີ່ງຂື້ນໃນໄລຍະເຄີ່ງສະຕະວັດ ສອງ ຊາດລາວ-ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ ຜ່ານຜ່າອຸປະສັກທຸລະກັນດານເຕັມໄປດ້ວຍຄວາມເສຍສະຫຼະ ພາຍໃຕ້ຄໍາສອນຂອງປະທານໂຮ່ຈີມີ່ນ, ທ່ານປະໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ປະຊາຊົນລາວ-ຫວຽດນາມ ໄດ້ຮ່ວມທຸກ, ຮ່ວມສຸກ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ ພ້ອມກັນເອົາຊະນະສັດຕູ ມີນໍ້າໃຈສາມັກຄີ ແລະ ມິດຕະພາບອ້າຍນ້ອງ ລະຫວ່າງປະຊາຊົນ 2 ປະເທດ ຈີ່ງເປັນປັດໃຈແຫ່ງໄຊຊະນະ ຂອງການປະຕິວັດ ຂອງພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ຕາມຈຸດໝາຍທີ່ພັກ ຄອມມູນິດອິນດູຈີນ ແລະ ພັກປະຊາຊົນປະຕິວັດລາວ ວາງໄວ້.

ພາຍໃຕ້ການນໍາພາຂອງ ສອງພັກສອງລັດສາຍພົວພັນມິດຕະພາບອັນຍີ່ງໃຫຍ່ຂອງຊາດລາວ-ຫວຽດນາມ ໃຫ້ເປັນພາລະກິດລວມຂອງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ປະຕິບັດ 2 ແນວຄິດຍຸດຖະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດ ບົນພື້ນຖານຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບແຕ່ປີ 1975 ເປັນຕົ້ນມາ ສອງຊາດລາວ-ຫວຽດນາມ ໄດ້ລົງນາມເຊັນສົນທິສັນຍາການຮ່ວມມືຮອບດ້ານເປັນຕົ້ນແມ່ນ ວຽກງານການເມືອງ ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການຄົມມະນາຄົມຂົນສົ່ງ, ດ້ານວັດທະນະທໍາສັງຄົມ, ການຮ່ວມມືດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອດ້ານຕ່າງໆໂດຍຕະຫຼອດມາ.

About admins14