ເປີດຝືກອົບຮົມວຽກງານພັກ – ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ຊຸດທີ II ປກສ 06 ແຂວງພາກກາງ

ພິທີເປີດຝືກອົບຮົມວຽກງານພັກ – ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I, ຊຸດທີ II ໃຫ້ຄະນະພັກ ແລະ ນາຍຕໍາຫຼວດ ກອງບັນຊາການ ປກສແຂວງ – ນະຄອນຫຼວງ, ປກສ ເມືອງ – ນະຄອນ ຢູ່ 06 ແຂວງພາກກາງ ປະຈໍາປີ 2023 ທີ່ ປກສ ແຂວບໍລິຄໍາໄຊ ເປັນເຈົ້າພາບ, ໄດ້ໄຂຂື້ນ ໃນວັນທີ 16 ມັງກອນ 2023 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ຫຸມພັນ ຜິວເຂັມພອນ ຄະນະປະຈຳພັກກົມໃຫຍ່ການເມືອງ ຫົວໜ້າກົມພັກ, ມີສະຫາຍ ພັນເອກ ຜາຂົງ ດອກມະນີຈັນ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ ແລະ ນາຍຕໍາຫຼວດ ທີ່ມາຈາກ ປກສ ແຂວງ-ນະຄອນຫຼວງ, ປກສ ເມືອງ-ນະຄອນ ຈາກ 06 ແຂວງ ພາກກາງ ຄື: ປກສ ນະຄອນຫຼວງ, ແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ບໍລິຄໍາໄຊ ແລະ ປກສ ແຂວງຄໍາມ່ວນ ເຂົ້າຮ່ວມ.

ການຝືກອົບຮົມ ຈະໄດ້ເຊື່ອມຊືມຫຼາຍເອກະສານທີ່ສຳຄັນ ເຊັ່ນ: ເອກະສານລະບອບຫົວໜ້າດຽວ, ເອກະສານ ອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກຳລັງປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ການຈັດຕັ້ງ ແລະ ການນຳພາຂອງພັກຕໍ່ກຳລັງປ້ອງກັນຄວາມສະຫງົບ, ຝືກອົບຮົມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມທະວີການຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່, ເອກະສານລະບຽບວິໄນຂອງພັກ ແລະ ເອກະສານການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ.

ຈຸດປະສົງ ເພື່ອປະຕິບັດນະໂຍບາຍຂອງພັກ ໃນການປະຕິບັດແນວທາງກໍ່ສ້າງພັກ ຕາມ 05 ຫຼັກການ, 03 ທິດນຳ, ເຮັດໃຫ້ຮາກຖານພັກ ໃນກຳລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງ ໃຫ້ແກ່ຄະນະພັກ ແລະ ນາຍຕໍາຫຼວດ ທີ່ເຮັດວຽກງານພັກຢູ່ທ້ອງຖີ່ນໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການ ໃນການຈັດຕັ້ງປະຕິບັດຕົວຈິງ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ. ແນ່ໃສ່ເຮັດໃຫ້ວຽກງານພັກ-ວຽກງານການເມືອງ ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກ, ກຳໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກ ສາມາດເປັນເສນາທິການ ໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ໃນການປັບປຸງວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນດີ, ການຝືກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປຈົນເຖິງວັທີ 20 ມັງກອນ 2023 ຈື່ງຈະສໍາເລັດ.

About admins16