01 ປີຜ່ານມາ ມີຄົນເຂົ້າ – ອອກເມືອງ ພາຍໃນແຂວງບໍລິຄໍາໄຊ 2 ແສນກວ່າຄົນ

ໂດຍປະຕິບັດຕາມ 4 ແຜນງານ, 41 ໂຄງການ ກໍ່ຄືການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເຈົ້າໜ້າທີ່ຕໍາຫຼວດພະແນກວິຊາສະເພາະ ຫ້ອງສັນຕິບານ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: 01 ປີ ຜ່ານມາ ມີມວນຊົນທັງຄົນລາວ ແລະ ຄົນຕ່າງປະເທດ ເຂົ້າ – ອອກເມືອງຕາມປະຕູດ່ານພາຍໃນແຂວງບໍລິຄໍາໄຊ ທັງໝົດ 230.906 ຄົນ. ໃນນີ້ ມີຄົນເຂົ້າເມືອງທັງໝົດ 118.696 ຄົນ, ຍິງ 25.948 ຄົນ, ເດັກນ້ອຍ 4.737 ຄົນ, ຄົນອອກເມືອງທັງໝົດ 112.210 ຄົນ, ຍິງ 26.069 ຄົນ, ເດັກນ້ອຍ 5.330 ຄົນ, ພາຫະນະເຂົ້າ 47.027 ຖ້ຽວ/ຄັນ, ອອກ 48.716 ຖ້ຽວ/ຄັນ.

ພ້ອມນີ້ ຍັງໄດ້ຕໍ່ອາຍຸບັດການພັກເຊົາໃຫ້ຄົນຕ່າງປະເທດໄດ້ 376 ຄົນ, ຍິງ 59 ຄົນ ແລະ ໄດ້ມອບສົ່ງຜູ້ຖືກຫາ 21 ຄັ້ງ, ມີ 53 ຄົນ, ຍິງ 08 ຄົນ, ຮັບຜູ້ຕ້ອງຫາ 17 ຄັ້ງ, ມີ 62 ຄົນ, ຍິງ 7 ຄົນ, ໄດ້ກວດກາ, ຄຸ້ມຄອງ ແລະ ຕິດຕາມຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວຢູ່ແຂວງບໍລິຄຳໄຊ ຄື: ອອກບັດໄອດີຄຼາດ ( ID card )ໃຫ້ຄົນຕ່າງປະເທດໄດ້ 116 ຄົນ, ຍິງ 29 ຄົນ, ມີ 4 ສັນຊາດ, ຜ່ານເອກະສານຂໍແຕ່ງດອງຄົນລາວກັບຄົນຕ່າງປະເທດ 20 ຊຸດ ແລະ ກວດກາເກັບກໍາຄົນຕ່າງປະເທດ (ບໍ່ຢູ່ໃນໂຄງການ) ທີ່ມາເຮັດວຽກຢູ່ ແຂວງບໍລິຄໍາໄຊ ມີທັງໝົດ 1.012 ຄົນ, ຍິງ 160 ຄົນ, ມີ 29 ສັນຊາດ, ຄົນຕ່າງປະເທດທີ່ເຮັດວຽກຢູ່ໃນໂຄງການ (ເຂື່ອນນໍ້າງຽບ ແລະ ເຂື່ອນນໍ້າເທີນ) ລວມທັງ ໝົດ 360 ຄົນ, ຍິງ 24 ຄົນ, ມີ 24 ສັນຊາດ.

ເພື່ອເປັນການປັບປຸງວຽກງານວິຊາສະເພາະໃຫ້ສອດຄ່ອງກັບລະບຽບ, ຫຼັກການ, ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ບໍລິການມວນຊົນ ໃຫ້ວ່ອງໄວ, ທັນສະໄໝ, ທິດທາງແຜນການຊຸມປີຕໍ່ໜ້າເຈົ້າໜ້າທີ່ວິຊາສະເພາະ ຈະເພີ່ມທະວີສືບຕໍ່ຄຸ້ມຄອງດ່ານເຂົ້າ – ອອກເມືອງ, ຄຸ້ມຄອງຄົນຕ່າງປະເທດ ເຂົ້າມາເຄື່ອນໄຫວດໍາເນີນທຸລະກິດ, ມາທ່ອງທ່ຽວ, ຢ້ຽມຢາມຍາດພີ່ນ້ອງ, ປະກອບອາຊິບ ແລະ ຄົນຕ່າງປະເທດເຂົ້າມາແຕ່ງດອງກັບຄົນລາວຢູ່ພາຍໃນແຂວງບໍລິຄໍາໄຊ ໃຫ້ຮັດກຸມຕາມລະບຽບກົດໝາຍ ແລະ ຈັດຕັ້ງຜັນຂະຫຍາຍດໍາລັດເລກທີ 558/ລບ ວ່າດ້ວຍດ່ານຊາຍແດນ ແລະ ດ່ານສາກົນ ໃຫ້ມີປະສິດທິພາບສູງ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບສຸກປອດໄພດີ.

About admins16