ຄະນະກຳມາທິການເສດຖະກິດ ສະຫຼຸບວຽກງານໃນໄລຍະ 2 ປີຜ່ານມາ

ກອງປະຊຸມຄົບຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 18 ມັງກອນ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ສີສະຫວາດ ທັນທະບູນ ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ, ມີຄະນະກໍາມະການ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ຄະນະຂອງຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໄດ້ສຸມໃສ່ຄົ້ນຄວ້າບັນດາກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ, ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄໍາເຫັນ ກ່ຽວກັບນິຕິກໍາ ເພື່ອນໍາໄປສູ່ການຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 2 – 3 ຂອງສະພາປະຊາຊົນແຂວງຊຸດທີ II ຈໍານວນ 4 ສະບັບ, ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃສ່ຮ່າງກົດໝາຍຕ່າງໆ ຂອງສະພາແຫ່ງຊາດ 27 ສະບັບ, ໄດ້ຮັບຄໍາສະເໜີຮ້ອງທຸກ 24 ສະບັບ, ໄດ້ຄົ້ນຄວ້າພິຈາລະນາ ແລະ ສົ່ງຫາພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ແຈ້ງຕອບ ເຈົ້າຂອງຄໍາຮ້ອງຮັບຊາບ 24 ສະບັບ, ພ້ອມນັ້ນ ວຽກງານຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ, ການສ້າງຄວາມເຂັ້ມແຂງ ໃຫ້ຄະນະກໍາມະການ, ຂະແໜງການຊ່ວຍວຽກ ແລະ ວຽກງານອື່ນໆ ກໍ່ໄດ້ຮັບຄວາມເອົາໃຈໃສ່, ປັບປຸງ ແລະ ພັດທະນາໃຫ້ດີຂຶ້ນເປັນກ້າວໆ.

ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານ ເສດຖະກິດ – ສັງຄົມ ປະຈໍາປີ 2022, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ການສົ່ງເສີມກະສິກໍາ, ການສົ່ງເສີມການຜະລິດສິນຄ້າທີ່ມີທ່າແຮງ, ມີຕະຫຼາດຮອງຮັບ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ, ພ້ອມນັ້ນ ຍັງໄດ້ມີການສະເໜີ, ແລກປ່ຽນຄວາມຄິດເຫັນ ໃນຫຼາຍບັນຫາສຳຄັນ ເພື່ອນໍາໄປເປັນທິດທາງໃນການປັບປຸງແກ້ໄຂ ແລະ ພັດທະນາວຽກງານໃຫ້ດີຂຶ້ນ.

About admins14