ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ

 ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ  ໄດ້ສືບຕໍ່ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານ ກ້ວຍອຸດົມ ເມືອງ ປາກຊັນ, ໃນຕອນເຊົ້າວັນທີ 26 ເມສາ 2022 ໂດຍການເປັນປະທານຂອງທ່ານ ໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ພັນໂທ ອານົງ ພະບາດໄຊ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີຫົວໜ້າ ປກສ ກຸ່ມ ກ້ວຍອຸດົມ, ກອງບັນຊາການທະຫານເມືອງ, ກໍາລັງ ປກຊ – ປກສ ບ້ານ, ເລຂາພັກບ້ານ- ນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານ ກ້ວຍອຸດົມ ເຂົ້າຮ່ວມ.

 ໃນພິທີ ທ່ານເລຂາພັກບ້ານ-ນາຍບ້ານ ກ້ວຍອຸດົມ  ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ສະພາບລວມຂອງບ້ານ ເຊີ່ງໄດ້ຍົກໃຫ້ເຫັນ ສະພາບ, ຈຸດພິເສດຂອງບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນພາຍໃນບ້ານ, ສະພາບປະກົດການຫຍໍ້ທໍ້ ແລະ ຜົນງານດ້ານຕ່າງໆ ທີ່ຄະນະພັກບ້ານ ແລະ ພໍ່ແມ່ປະຊາຊົນຍາດມາໄດ້.

  ທ່ານ ພັນໂທ ສອນເພັດ ແສນປັນຍາ  ຫົວໜ້າ ປກສ ກຸ່ມກ້ວຍອຸດົມ  ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງປາກຊັນ ເລທີ 148/ມປຊ ລົງວັນທີ 18 ເມສາ 2022 ວ່າດ້ວຍການອະນຸມັດ ໃຫ້ເປີດກອງປະຊຸມ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານ ກ້ວຍອຸດົມ.

ຜ່ານແຜນການດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເຊີ່ງຄະນະຮັບຜິດຊອບ ຈະໄດ້ລົງສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອແຈ້ງຈຸດປະສົງ, ຄາດໝາຍ ຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ລົງເກັບກໍາຂໍ້ມູນການເຄື່ອນໄຫວຂອງປະຊາຊົນ, ການເໜັງຕີງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວ, ຕິດຕາມກວດກາ, ຕີລາຄາ,   ປະເມີນຄືນ ວ່າຄອບຄົວໃດທີ່ສາມາດເປັນຄອບຄົວຕົວແບບດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ກວດກາເກັບກໍາ, ສຶກສາອົບຮົມ ບັນດາເປົ້າໝາຍ, ບຸກຄົນ, ພໍ່ແມ່ປະຊາຊົນ ແລະ ຄອບຄົວ ທີ່ເປັນຕົ້ນເຫດກໍ່ໃຫ້ບ້ານບໍ່ມີຄວາມສະຫງົບ ເພື່ອຊອກຫາວິທີປັບປຸງແກ້ໄຂໃຫ້ຖືກຕ້ອງຕາມຫຼັກການໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ.

ພາຍຫຼັງສໍາເລັດບາດກ້າວດໍາເນີນແລ້ວ ຄະນະຮັບຜິດຊອບ ຈະໄດ້ສະຫຼຸບສັງລວມຄືນ ວ່າມີຈັກຄອບຄົວ ທີ່ຄົບຕາມ 05 ມາດຖານ, ເງື່ອນໄຂ  ແລະ  ຄອບຄົວໃດທີ່ບໍ່ຄົບຕາມ 05 ມາດຖານ, ເງື່ອນໄຂ  ໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ,  ເພື່ອສະເໜີຂັ້ນເທິງອະນຸມັດອອກໃບຢັ້ງຢືນ, ສໍາລັບຄອບຄົວທີ່ບໍ່ຄົບຕາມມາດຖານ, ເງື່ອນໄຂ ແມ່ນຈະໄດ້ສືບຕໍ່ສຶກສາອົບຮົມ ໃຫ້ມີການເຄື່ອນໄຫວດໍາລົງຊີວິດ, ປະກອບອາຊີບ, ທໍາມາຫາກິນຢ່າງຖືກຕ້ອງ, ມີສະຕິເຄົາລົບລະບຽບກົດໝາຍ, ຮັກສາໄດ້ມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

 

 

About admin11