ຄຳເກີດ ຈັດປະຊຸມ ປຶກສາຫາລື ກ່ຽວກັບວຽກງານກວດກາ, ຄຸ້ມຄອງພາຫະນະ ທີ່ບໍ່ຖືກຕ້ອງ

   ຕອນບ່າຍຂອງວັນທີ 26 ເມສາ 2022 ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍຄໍາໄຊ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບວຽກງານກວດກາ, ຄຸ້ມຄອງພາຫະນະທີ່ບໍ່ມີປ້າຍທະບຽນ, ເອກະສານບໍ່ຄົບຖ້ວນ ແລະ ດັດແປງສະພາບເຕັກນິກລົດ ພາຍໃນເມືອງຄໍາເກີດ ໂດຍການເປັນປະທານຂອງທ່ານ ທອງໄຂ ຄໍາມະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການ, ມີຕາງໜ້າຈາກຫ້ອງການໂຍທາ, ຫ້ອງການການເງິນ, ພະນັກງານ ກອງຕໍາຫຼວດຈະລາຈອນ-ມອດໄຟ ກອງບັນຊາການ ປກສ ເມືອງ ເຂົ້າຮວ່ມ.

  ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານຈາກຄະນະສະເພາະກິດ ແກ້ໄຂປະກົດການຫຍໍ້ທໍ້ ໃນໄລຍະ 10 ເດືອນຜ່ານມາ ເຫັນວ່າ ພະນັກງານທຸກພາກສ່ວນ ໄດ້ຕັ້ງໜ້າປະຕິບັດວຽກງານໂດຍພື້ນຖານມີຫຼັກການລວມສູນປະຊາທິປະໄຕ, ອີງໃສ່ລະບຽບກົດໝາຍ,    ຂໍ້ກໍານົດຕ່າງໆ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຜ່ານການຈັດຕັ້ງປະຕິບັດກວດກາໂຕຈິງ: ກວດກາລົດໄດ້ທັງໝົດ 1.352 ຄັນ, ລົດໃຫຍ່ 770 ຄັນ, ລົດຈັກ 582 ຄັນ, ມີຜູ້ລະເມີດ ລະບຽບການສັນຈອນ 785 ຄົນ, ສຶກສາອົບຮົມ ນັກຂັບຂີ່ 617 ຄົນ, ນັກຂັບຂີ່ບໍ່ຖືເອກະສານ 377, ນັກຂັບຂີ່ ບໍ່ມີໃບອານຸຍາດຂັບຂີ່ 227 ຄົນ, ເຕັກນິກລົດໃຫຍ່ໝົດກໍານົດ 65 ຄັນ.

ຜ່ານການຈັດຕັ້ງປະຕິບັດວຽກງານ ເຫັນວ່າສະພາບການສັນຈອນພາຍໃນເມືອງຄໍາເກີດ ຍັງມີນັກຂັບຂີ່ຈໍານວນໜື່ງ ບໍ່ມັກໃສ່ໝວກກັນກະທົບ, ບໍ່ມີໃບອານຸຍາດຂັບຂີ່, ບໍ່ມີເອກະສານ, ຂັບຂີ່ລົດໄວເກີນກໍານົດ ແລະ ມີການດັດແປງສະພາບເຕັກນິກລົດ ເຊີ່ງເປັນສາເຫດທີ່ເຮັດໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ.

ຫຼັງຈາກນັ້ນ ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ທຸກພາກສ່ວນ ກໍ່ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ປຶກສາຫາລືວາງແຜນຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິຜົນດີຂຶ້ນ.

About admin11