ບໍລິຄຳໄຊ ສ້າງແຜນກຳນົດພະນັກງານນຳພາ – ຂັ້ນສູນກາງຄຸ້ມຄອງ

ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ, ຄະນະປະຈໍາ, ກຳມະການພັກແຂວງ, ເມືອງ, ສະມາຊິກປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ຂັ້ນສູນກາງຄຸ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ສູງ ແລະ ຖືກຈັດຕັ້ງປະຕິບັດ ດ້ວຍຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນໄດ້ປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ນິຕິກຳທີ່ກ່ຽວຂ້ອງ.

ຜ່ານການສ້າງແຜນກຳນົດພະນັກງານນຳພາ – ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຢູ່ແຂວງບໍລິຄຳໄຊ ສາມາດກຳນົດບຸກຄະລາກອນບັນຈຸເຂົ້າໃນຕຳແໜງແຕ່ລະປະເພດທັງໝົດມີ 50 ສະຫາຍ, ຍິງ 6 ສະຫາຍ, ສາມາດບຳລຸງ – ກໍ່ສ້າງບຸກຄະລາກອນນອນໃນແຜນກຳນົດ ໄດ້ຈຳນວນ 23 ສະຫາຍ, ກວມເອົາ 46 % ຂອງຈຳນວນບຸກຄະລາກອນ ໃນແຜນກຳນົດພະນັກງານ ແລະ ສາມາດສັບຊ້ອນຈັດວາງບັນດາສະຫາຍທີ່ນອນໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງເຂົ້າໃນຕຳແໜ່ງຕ່າງໆ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14