ເປີດຂະບວນການ ແກ້ໄຂບັນຫາຢາເສບຕິດ ຢູ່ບ້ານນໍ້າຢ້າງ

     ໃນວັນທີ 4 ມີນາ 2022 ນີ້ຢູ່ຫ້ອງການບ້ານໃຫຍ່ນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະບວນການແກ້ໄຂບັນຫາຢາເສບຕິດ ໂດຍເປັນກຽດເຂົ້າຮ່ວມເປີດຂອງ ທ່ານ ບົວພັນ ອິນຄໍາມະວົງ ກໍາມະການພັກເມືອງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ – ສັງຄົມ, ມີພະນັກງານກອງບັນຊາການ ປກສ ເມືອງ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານບໍານານ – ອາວຸໂສ, ການຈັດຕັ້ງ 5 ຕໍາແໜ່ງງານຂອງບ້ານ ແລະ ພໍ່ – ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

    ໃນພິທີ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ຂອງບ້ານຈາກນາຍບ້ານໃຫຍ່ນໍ້າຢ້າງ, ຈາກນັ້ນ ຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂຶ້ນຜ່ານບັນດາເອກະສານຕ່າງໆ ກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ເປັນຕົ້ນແມ່ນເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ – ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ກັບການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ຜ່ານປະມວນກົດໝາຍອາຍາບາງມາດຕາທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ແລະ ຜ່ານແຜນການດໍາເນີນງານຜັນຂະຫຍາຍວາລະແຫ່ງຊາດໃນການຈັດຕັ້ງປະຕິບັດແກ້ໄຂ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດຢູ່ບ້ານນໍ້າຢ້າງ.

ເຊີ່ງຄະນະຮັບຜິດຊອບ ຈະໄດ້ເກັບກຳຂໍ້ມູນຂື້ນບັນຊີບັນດາກຸ່ມເປົ້າໝາຍຜູ້ເສບຢາເສບຕິດ ແລະ ກຸ່ມຊື້-ຂາຍ, ຂົນສົ່ງ ມາສຶກສາອົບຮົມ, ສ້າງບົດບັນທຶກປະຕິຍານໃຫ້ຢຸດເຊົາ ແລ້ວມອບໃຫ້  ປກສ ກຸ່ມ, ອໍານາດການປົກຄອງບ້ານຕິດຕາມ, ກວດກາຕໍ່ໄປ.

ຈຸດປະສົງ ກໍ່ເພີ່ອເປັນການແກ້ໄຂການແຜ່ລະບາດຂອງຢາເສບຕິດພາຍໃນບ້ານໃຫ້ຄ່ອຍໝົດໄປ.​

ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກ ທ່ານ ຮອງເຈົ້າເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຕ້ອງມີສ່ວນຮ່ວມກັບຄະນະຮັບຜິດຊອບ  ລະດົມເອົາບັນດາເປົ້າໝາຍມາສຶກສາອົບຮົມ, ສ້າງບົດບັນທຶກເພື່ອເຮັດໃຫ້ຂະບວນການແກ້ໄຂບັນຫາຢາເສບຕິດຄັ້ງນີ້ດໍາເນີນໄປດ້ວຍຄວາມສໍາເລັດ  ແລະ ໄດ້ຮັບຜົນດີ.

 

About admin11