ກອງປະຊຸມ ປືກສາຫາລືກ່ຽວກັບການຕິດຕາມ DSEDP

ໃນວັນທີ 3 ມີນາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີກອງປະຊຸມ ປືກສາຫາລືກ່ຽວກັບການຕິດຕາມ DSEDP ເພື່ອເອກະພາບຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມຂັ້ນເມືອງ ປະຈຳປີ 2021 ແລະ ແຜນປີ 2022 ຂື້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ, ມີຄະນະຮັບຜິດຊອບຊັ້ນແຂວງ, ຂັ້ນເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ຂັ້ນເມືອງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ທິດທາງແຜນການປີ 2022 ເຊີ່ງໄດ້ທົບທວນຄາດໝາຍ ແລະ ທິດທາງລວມ 1 ປີ.

ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ,ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະໝັ່ນທ່ຽງ, ສູ້ຊົນປົກປັກຮັກສາ ແລະຟື້ນຟູປ່າໄມ້ໃຫ້ມີເນື້ອທີ່ປ່າໄມ້ປົກຄຸ້ມທົ່ວເມືອງ, ສູ້ຊົນຢຸດຕິການຖາງປ່າເຮັດໄຮ່ແບບຊະຊາຍຢ່າງສິ້ນເຊີງ, ຕ້ານ ແລະ ສະກັດກັ້ນບໍ່ໃຫ້ໄຟໄໝ້ລາມປ່າ, ລຶບລ້າງຄອບຄົວທຸກຍາກໄດ້ 95% ຂື້ນໄປ ແລະ ປະກາດເປັນເມືອງພົ້ນທຸກ, ສ້າງຄອບຄົວພັດທະນາໃຫ້ໄດ້ 80% ຂື້ນໄປ, ສ້າງບ້ານພັດທະນາໄດ້ 60% ຂື້ນໄປ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍນຳໃຊ້ທ່າແຮງບົ່ມຊ້ອນ, ປຸກລະດົມແຫຼ່ງທືນຕ່າງໆເຂົ້າໃສ່ການຈັດຕັ້ງປະຕິບັດ 33 ໂຄງການ.

ຄາດໝາຍສູ້ຊົນດ້ານເສດຖະກິດ ຮັບປະກັນໃຫ້ເສດຖະກິດຂະຫນາດຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະ 5,85% ຕໍ່ປີ, ລວມຍອດມູນຄ່າເພີ່ມຜະລິດຕະພັນພາຍໃນ GDP ໃນປີ 2022 ໃຫ້ບັນລຸ 343,02 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 9.636.916 ຫຼື 1.122,8 ໂດລ່າ,ໂຄງປະກອບທາງດ້ານເສດຖະກິດ: ກະສິກຳໃຫ້ກວມ 55,32%, ອຸດສາຫະກຳ-ກໍ່ສ້າງກວມ 18,78% ແລະ ຄາດໝາຍສູ້ຊົນແຕ່ລະດ້ານທົ່ວເມືອງໄດ້ມີການເຄື່ອນໄຫວເຊັ່ນດຽວກັນ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການພັດທະນາເສດຖະກິດ – ສັງຄົມປະຈຳປີ 2022 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດ, ຄຳເຫັນໃສ່ບົດສະຫຼຸບ ແລະ ຮ່າງແຜນພັດທະນາຢ່າງກົງໄປກົງມາຢ່າງມີຄວາມຮັບຜິດຊອບສູງເພື່ອເປັນເອກະພາບກັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມພາຍໃນເມືອງໃຫ້ໄປຕາມແຜນການທີວາງໄວ້.

About admin11