ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນກຳມະບານ ເມືອງວຽງທອງ ຄັ້ງທີ3 ສະໄໝທີ VII

  ໃນວັນທີ 4 ມີນາ 2022 ທີ່ສະໂມສອນຫຼັງເກົ່າຫ້ອງວ່າການ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ສະຫະພັນກຳມະບານເມືອງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ຄັ້ງທີ 3 ສະໄໝທີ 7 ຂື້ນ, ເປັນປະທານໂດຍ ທ່ານ ດາ ເຈີ່ຕົງວ່າງ ປະທານກຳມະບານເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ, ມີຄະນະບໍລິຫານງານກຳມະບານເມືອງ ເຂົ້າຮ່ວມ.

       ກອງປະຊຸມ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2021 ແລະ ທິດທາງແຜນການປີ2022, ທົ່ວເມືອງປະກອບມີ 30 ຮາກຖານ ແລະ 4 ໜ່ວຍທີ່ຂື້ນກັບ, ມີຄະນະບໍລິຫານງານສະຫະພັນກຳມະບານ 19 ສະຫາຍ, ຍິງ 2 ສະຫາຍ, ມີປະທານຮາກຖານທັງໝົດ 86 ສະຫາຍ, ຍີງ18 ສະຫາຍ, ມີຄະນະປະທານໜ່ວຍ 12 ສະຫາຍ, ຍີງ 3 ສະຫາຍ ແລະ ມີສະມາຊິກກຳມະບານ 826 ສະຫາຍ, ມີສະມາຊິກກອງທືນ 870 ສະຫາຍ ແລະ ກອງທືນທະນຸເຄາະ ຂອງສະຫະພັນກຳມະບານເມືອງມີສະມາຊິກທັງໝົດ1,236 ຄົນ ແລະ ໄດ້ມີນະໂຍບາຍໃຫ້ແກ່ຄອບ ຄົວສະມາຊິກທີ່ເສຍຊິວິດຈຳນວນ 5 ຄອບຄົວ ຄິດເປັນເງີນທັງໝົດຈຳນວນ 60,150,000 ກີບ.

ກຳມະບານເມືອງວຽງທອງ ໄດ້ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: ໄດ້ຮັບໃບຢັ້ງຢືນຮາກຖານກຳມະບານ 5 ເປັນເຈົ້າ 30 ຮາກຖານ ແລະ 4 ໜ່ວຍກຳມະບານ, ໄດ້ຮັບໃບຍ້ອງຍໍຂັ້ນສູນກາງສະຫະພັນກຳມະບານລາວປີ 2021 ຈຳນວນ 797 ທ່ານ, ໄດ້ຮັບໃບຊົມເຊີຍຂັ້ນສູນກາງສະຫະພັນກຳມະບານລາວຈຳນວນ 27 ທ່ານ.

 

 

 

 

 

 

 

 

About admin11