ເປີດຂະບວນການ ແກ້ໄຂບັນຫາຢາເສບຕິດ ຢູ່ບ້ານນາຊວງ

     ໃນວັນທີ 28 ກຸມພາ 2022 ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ  ໄດ້ໃຫ້ກຽດເຂົ້າຮ່ວມເປີດພິທີການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານນາຊວງ, ເມືອງວຽງທອງ, ແຂວງບໍລິຄຳໄຊ, ມີພະນັກງານກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ, ການຈັດຕັ້ງ 5 ຕໍາແໜ່ງງານຂອງບ້ານ ແລະ ພໍ່ – ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

     ໃນພິທີ ໄດ້ຮັບຟັງການຜ່ານເອກະສານຕ່າງໆ ກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ເປັນຕົ້ນແມ່ນເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ – ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ຜ່ານປະມວນກົດໝາຍອາຍາບາງມາດຕາທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ແລະ ຜ່ານແຜນການດໍາເນີນງານຜັນຂະຫຍາຍວາລະແຫ່ງຊາດໃນການຈັດຕັ້ງປະຕິບັດແກ້ໄຂ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດຢູ່ບ້ານນາຊວງ.

ເຊີ່ງຄະນະຮັບຜິດຊອບ ຈະໄດ້ເກັບກຳຂໍ້ມູນຂື້ນບັນຊີບັນດາກຸ່ມເປົ້າໝາຍຜູ້ເສບຢາເສບຕິດ ແລະ ກຸ່ມຊື້ – ຂາຍ, ຂົນສົ່ງມາສຶກສາອົບຮົມ, ສ້າງບົດບັນທຶກປະຕິຍານໃຫ້ຢຸດເຊົາແລ້ວມອບໃຫ້ ປກສ ກຸ່ມ, ອໍານາດການປົກຄອງບ້ານຕິດຕາມ, ກວດກາຕໍ່ໄປ.

ຈຸດປະສົງກໍ່ເພີ່ອເປັນການແກ້ໄຂການແຜ່ລະບາດຂອງຢາເສບຕິດພາຍໃນບ້ານໃຫ້ຄ່ອຍໝົດໄປ.​

 

About admin11