ປກສ ເມືອງປາກຊັນ ປະກາດສ້າງ 15 ບ້ານ ກຸ່ມບົວແວງຄຳ ເປັນບ້ານສ້າງຄອບຄົວຕົວແບບ ແລະ ບ້ານປ້ອງກັນຄວາມສະຫງົບດີ

ຕອນເຊົ້າ ວັນທີ 25 ກຸມພາ 2022 ຢູ່ທີ່ອາລາມວັດ ບ້ານ ນາດີ ( ກຸ່ມບົວແວງຄໍາ ) ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ການສ້າງຄອບຄົວຕົວແບບ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກ ເມືອງປາກຊັນ, ມີທ່ານ ພັນໂທ ອານົງ ພະບາດໄຊ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີຄະນະພັກ – ຄະນະກອງບັນຊາການ, ປກສ ບໍລິການປະຊາຊົນ, ເລຂາພັກບ້ານ – ນາຍບ້ານ 15 ບ້ານ ທີ່ຂື້ນກັບກຸ່ມບົວແວງຄໍາ ແລະ ພໍ່ແມ່ປະຊາຊົນ ບ້ານ ນາດີ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນຜ່ານເອກະສານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເຊັ່ນ: ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 702/ປກສ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາສະຫງົບດີ, ຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງປາກຊັນ, ບົດສະຫຼຸບສະພາບລວມຂອງບ້ານນາດີ, ແຜນວຽກ ແລະ ເອກະສານບົດບັນທຶກສັນຍາກ່ຽວກັບວຽກງານຮັກສາຄວາມສະຫງົບ, ຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ເອກະສານລະບຽບສາຍພົວພັນພາຍໃນບ້ານ.

ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເປັນການຫັນເອົາແນວທາງນະໂຍບາຍຂອງພັກ – ລັດ ລົງສູ່ຮາກຖານບ້ານ, ຫົວໜ່ວຍຄອບຄົວ, ປະຊາຊົນພາຍໃນບ້ານ ຕ້ອງໄດ້ເປັນເຈົ້າການໃນການປະຕິບັດແນວທາງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ເປັນວຽກງານທົ່ວປວງຊົນຮອບດ້ານ, ໂດຍອີງໃສ່ 06 ມາດຖານເງື່ອນໄຂເປັນຫຼັກ, ເພື່ອໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ຖ້າຄອບຄົວ ຫຼື ບຸກຄົນໃດບໍ່ຟັງຄວາມການຈັດຕັ້ງ, ບໍ່ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງບ້ານເມືອງ ຈະຕ້ອງໄດ້ນໍາມາສືກສາອົບຮົມ ຫຼື ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

          ຕອນທ້າຍພິທີທ່ານ ແສງອາລຸນ ແສງອາພອນ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງທ່ານກໍ່ໄດ້ຍົກໃຫ້ເຫັນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ທຸກຄົນມີສ່ວນຮ່ວມເປັນວຽກທົ່ວປວງຊົນຮອບດ້ານ, ເນັ້ນໃຫ້ອຳນາດການປົກຄອງບ້ານ 15 ບ້ານທີ່ຂື້ນກັບ ( ກຸ່ມບົວແວງຄຳ ) ຕະຫລອດຮອດພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງບໍ່ໃຫ້ໄປຫຍຸ້ງກ່ຽວກັບສີ່ງເສບຕິດ, ມົ້ວສຸມຫຼີ້ນການພະນັນອື່ນໆ, ທຳມາຫາກິນຖຶກຕ້ອງຕາມລະບຽບກົດໝາຍ, ເກັບກຳສະພາບຄົນເຂົ້າ – ອອກ, ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ້ອນ, ຕ້ອງເປັນເຈົ້າການລາຍງານການຈັດຕັ້ງຂັ້ນເທີງຮັບຊາບ ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ.

 

About admin11