ແຜນງານລາວ 030 ມອບເຂົ້າສານໜຽວ ແລະ ເຂົ້າສານຈ້າວ ຊ່ວຍເຫລືອຄອບຄົວ ທຸກຍາກ, ອານາຖາ 16 ບ້ານເປົ້າໝາຍ

ໃນຕອນບ່າຍ ຂອງວັນທີ 24 – 26 ກຸມພາ 2022 ຕ່າງໜ້າໃຫ້ໂຄງການແຜນງານລາວ/030 ແຂວງບໍລິຄຳໄຊ ຢູ່ທີ່ເມືອງໄຊຈຳພອນ ໄດ້ລົງມອບເຂົ້າສານໜຽວ ແລະ ເຂົ້າສານຈ້າວ ໃຫ້ຄອບຄົວທຸກຍາກ – ອານາຖາ ໃນ 16 ບ້ານ ໂດຍການນຳພາຈັດຕັ້ງປະຕິບັດ ຂອງ ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ປະທານຊີ້ນຳວຽກງານ ແຜນງານລາວ/030 ປະຈໍາເມືອງໄຊຈໍາພອນ.

ເຂົ້າສານໜຽວ ແລະ ເຂົ້າສານຈ້າວ ນຳໄປມອບໃຫ້ຄອບຄົວ ທຸກຍາກ, ອານາຖາ 16 ບ້ານເປົ້າໝາຍ ໃນຈຳນວນ 685 ຄອບຄົວ, ລວມທັງໝົດ 36,067.5 ກິໂລ, ໃນນັ້ນ ເຂົ້າສານໜຽວ 29,714.5 ກິໂລ, ເຂົ້າສານຈ້າວ 6,353 ກິໂລ, ໂດຍແຈກຍາຍໃຫ້ກັບພໍ່ແມ່ປະຊາຊົນໃນຄອບຄົວເປົ້າໝາຍ ຄື: ມອບໃຫ້ຄອບຄົວທຸກຍາກ ຄອບຄົວ 1 ໄດ້ຮັບ 52,5 kg, ຄອບຄົວອານາຖາ ໄດ້ 60 kg.

ຈຸດປະສົງ ກໍ່ເພື່ອເປັນການຊ່ວຍເຫລືອ ບັນເທົາທຸກ ໃຫ້ແກ່ຄອບຄົວອານາຖາ ທີ່ບໍ່ທັນພົ້ນທຸກ ໃຫ້ມີຊີວິດທີ່ດີຂຶ້ນ ເປັນການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ ໃນຍາມທີ່ເສດຖະກິດຝືດເຄືອງ.

 

 

 

About admin11