ຮອງເຈົ້າເມືອງບໍລິຄັນ ລົງຊຸກຍູ້ການຜະລິດລະດູແລ້ງ ຂອງພໍ່ແມ່ປະຊາຊົນຢູ່ບ້ານດົງ

ໃນວັນທີ່ 17 ພະຈິກ 2020 ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ, ທ່ານ ໝອນ ອິນທະເສນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ພ້ອມດ້ວຍຄະນະ ແລະ ຂະແໜງທີ່ກ່ຽວຂ້ອງຂອງເມືອງໄດ້ລົງນໍາພາ-ຊີນໍາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານດົງ ໃນການອະນາໄມຄອງຊົນລະປະທານຢູ່ ສະຖານີຫ້ວຍຄໍາເຂົ້າຫາເຂດທໍາການຜະລິດຂອງພໍ່ແມ່ປະຊາຊົນ.

ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ພ້ອມທັງນໍາເອົາຂໍ້ມູນມາວາງແຜນວຽກງານພັດທະນາກະສິກໍາ ເປັນຕົ້ນແມ່ນການປູກພືດລະດູແລ້ງຢູ່ເຂດດັ່ງກ່າວເຮັດໃຫ້ປະຊາຊົນມີວຽກເຮັດງານທໍາມີຊີວີດການເປັນຢູ່ທີ່ດີຂື້ນກ່ວາເກົ່າ, ການລົງມາຊຸກຍູ້ໃນຄັ້ງນີ້ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໄດ້ນໍາ ເອົາແນວພັນເຂົ້າປູກ 12 ເປົາ 420ກິໂລ, ແນວພັນສາລີຫວານ 6 ຖົງ ແລະ ຜ້າຢາງມຸງສວນຜັກ 2 ກໍ້ ລວມມູນຄ່າ 12 ລ້ານກ່ວາກີບ ມາມອບໃຫ້ຄອບຄົວທໍາການຜະລິດຢູ່ບ້ານດົງ ພ້ອມດຽວກັນນັ້ນຍັງໄດ້ມອບແນວ ພັນເຂົ້າປູກໃຫ້ບ້ານຜາເມືອງຈໍານວນ 10 ເປົາ.

ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າເມືອງບໍລິຄັນຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຮັກສາມູນເຊື້ອການຜະລິດໃຫ້ກາຍເປັນສິນຄ້າ ໝູນໃຊ້ທ່າແຮງຂອງຕົນເພື່ອສ້າງສາພັດທະນາເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ ຈາກນັ້ນ ທ່ານຍັງໄດ້ລົງເບີງເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນການປຸກໜາກແຕງ, ປຸກສາລີຫວານ ແລະ ສວນຜັກອີນຊີຢູ່ເຂດດັ່ງກ່າວ.

About admins16