ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ 2 ບ້ານ ເມືອງປາກຊັນ

ໃນລະຫວ່າງ ວັນທີ 5 – 6 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ສືບຕໍ່ຈັດພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ໂພນໄຊໃຕ້ ແລະ ບ້ານໂພນໂຮມ ເມືອງປາກຊັນ ໂດຍການເປັນປະທານຂອງ ທ່ານ ສຸລິຍາ ລາດສະບົວສີ, ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີທ່ານ ພັນໂທ ຮັກ ເທວາ ຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີເລຂາພັກບ້ານ-ນາຍບ້ານ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານ ໂພນໄຊໃຕ້ ແລະ ບ້ານ ໂພນໂຮມເຂົ້າຮ່ວມ.

ໃນພິທີ ເລຂາພັກບ້ານ-ນາຍບ້ານ ທັງສອງບ້ານ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ, ຍົກໃຫ້ເຫັນສະພາບລວມ, ຈຸດພິເສດພາຍໃນບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ບ້ານ ໂພນໄຊໃຕ້ ມີເນື້ອທີ່ລວມທັງໝົດ 318,89 ເຮັກຕ່າ, ເນື້ອທີ່ດິນກະສິກໍາມີ 301,30 ເຮັກຕ່າ, ເນື້ອທີ່ດິນປຸກສ້າງມີ 17,58 ເຮັກຕ່າ, ມີ 167 ຫຼັງຄາເຮືອນ, ມີ 188 ຄອບຄົວ, ຈໍານວນພົນ 876 ຄົນ, ຍິງ 435 ຄົນ, ສະເລ່ຍລາຍຮັບ 1,700,000 ກີບ/ຄົນ/ປີ.

ບ້ານ ໂພນໂຮມ ມີເນື້ອທີ່ລວມທັງໝົດ 571,469 ເຮັກຕ່າ, ມີທັງໝົດ 115 ຫຼັງຄາເຮືອນ, ມີ 118 ຄອບຄົວ, ຈໍານວນພົນ 613 ຄົນ, ຍິງ 293 ຄົນ, ປະຊາຊົນທັງສອງບ້ານສ່ວນຫຼາຍແມ່ນຢຶດຖືອາຊີບປູກຝັງ, ລ້ຽງສັດ, ສາມາດແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນໄປເທື່ອລະກ້າວ, ໄລຍະຜ່ານມາຄະນະພັກ, ອໍານາດການຈັດຕັ້ງ ບ້ານແມ່ນໄດ້ເພີ່ມທະວີ ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ, ການຈັດຕັ້ງ, ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ, ໃຫ້ຄວາມສະດວກ ແລະ ໃຫ້ຄໍາແນະນໍາຕ່າງໆ ບວກກັບມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນໃນການປູກຝັງລ້ຽງສັດ ແລະ ການຄ້າຂາຍ, ບໍລິການຕ່າງໆ ຈຶ່ງສາມາດເຮັດໃຫ້ຄອບຄົວຂອງປະຊາຊົນບ້ານໂພນໄຊໃຕ້ ແລະ ບ້ານໂພນໂຮມ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ໂອກາດດຽວກັນ ໃນທີ່ປະຊຸມຍັງໄດ້ຜ່ານແຜນວຽກ ແລະ ບົດບັນທຶກປຶກສາຫາລືການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງປາກຊັນ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບ ເລກທີ 702/ປກສ ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ຕອນທ້າຍພິທີ ທ່ານສຸລິຍາ ລາດສະບົວສີ, ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ແລະ ທ່ານ ພັນໂທ ຮັກ ເທວາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ ໄດ້ພັດປ່ຽນກັນມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງໄດ້ຍົກໃຫ້ເຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ທຸກຄົນມີສ່ວນຮ່ວມ, ເປັນວຽກງານຂອງທົ່ວປວງຊົນຮອບດ້ານ, ເນັ້ນໜັກໃຫ້ອໍານາດການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງບໍ່ໃຫ້ໄປຫຍຸ້ງກ່ຽວກັບສີ່ງເສບຕິດ, ບໍ່ມົ້ວສູມຫຼີ້ນການພະນັນ ແລະ ອື່ນໆ, ປະກອບອາຊີບທຳມາຫາກິນຖຶກຕ້ອງຕາມລະບຽບກົດໝາຍ, ເກັບກໍາສະພາບຄົນເຂົ້າ-ອອກ, ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ່ອນ, ຕ້ອງເປັນເຈົ້າການລາຍງານການຈັດຕັ້ງຂັ້ນເທີງຮັບຊາບ, ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດສ້າງເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃນຕໍ່ໜ້າ.

About admins16