ຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ຄອມພິວເຕີຂັ້ນຕົ້ນ ໃຫ້ກັບບ້ານເປົ້າໝາຍ ຂອງແຜນງານລາວ /030

ໃນຕອນເຊົ້າຂອງວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທືນເມືອງ ໄດ້ຈັດພິທີ ຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ຄອມພິວເຕີຂັ້ນຕົ້ນໃຫ້ກັບບ້ານເປົ້າໝາຍ ຂອງແຜນງານລາວ /030 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ທັງເປັນຄະນະຊີ້ນຳແຜນງານລາວ/030, ມີທີມງານຄະນະປະສານງານຂັ້ນແຂວງ ພ້ອມໂດຍນັກສໍາມະນາກອນ 07 ບ້ານເປົ້າໝາຍ ເຂົ້າຮ່ວມ.

ໃນພິທີ ຍັງໄດ້ມອບ-ຮັບອຸປະກອນໄອທີ ປະເພດ ໂນ້ດບຸກ 1 ໜ່ວຍ ໃຫ້ແກ່ຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ມອບອຸປະກອນໄອທີ ປະເພດຄອມຕັ້ງໂຕະ 7 ໜ່ວຍ, ປີ່ນເຕີ 7ໜ່ວຍ ໃຫ້ ແກ່ 07 ບ້ານເປົ້າໝາຍ ຄື: ບ້ານກວັ່ງ, ບ້ານຄຳກູນາ, ບ້ານໂພນງາມ, ບ້ານເມືອງຈຳ, ບ້ານສົບຄີ, ບ້ານສົບເຕິ່ງ ແລະ ບ້ານໂພນໝັ້ນ ເຊິ່ງສະໜັບສະໜູນໂດຍ ລັດຖະບານ ລາຣຊະອານາຈັກລຸກຊໍາບວກ ລວມເປັນມູນຄ່າ 124,528,250 ກີບ( ໜຶ່ງຮ້ອຍຊາວສີ່ລ້ານ ຫ້າແສນຊາວແປດພັນ ສອງຮ້ອຍຫ້າສິບ ກີບ ).

ໂດຍເຫັນໄດ້ ເຖິງຄວາມຈໍາເປັນ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນຂັ້ນບ້ານ ຈິ່ງໄດ້ຈັດສັນບັນດາອຸປະກອນໄອທີດັ່ງກ່າວນີ້ລົງໃຫ້ບ້ານ ເພື່ອນໍາໃຊ້ວຽກງານຕ່າງໆ ໃຫ້ມີຄວາມວ່ອງໄວ ແລະ ຍັງເປັນການຮອງຮັບເວລາທາງພະນັກງານລັດທີ່ລົງຮາກຖານຂັ້ນບ້ານແຕ່ຍັງບໍ່ມີອຸປະກອນ ເຄື່ອງໃຊ້ດັ່ງກ່າວສາມາດນໍາໃຊ້ໃນວຽກງານຂອງລັດໄດ້ ສະດວກຂື້ນ, ການຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ຄອມພິວເຕີຂັ້ນຕົ້ນ ເປັນການເພີ່ມຂີດຄວາມສາມາດໃຫ້ກັບທາງຄະນະພັດທະນາບ້ານໃຫ້ສາມາດນໍາໃຊ້ດ້ານໄອທີ ແລະ ຮັບຮູ້ໄດ້ເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດໂດຍການນໍາໃຊ້ອຸປະກອນດັ່ງກ່າວ ໃຫ້ເຕັມຄວາມສາມາດ ເພື່ອເປັນບ່ອນຮຽນຮູ້ ແລະ ສ້າງສາພັດທະນາບຸກຄະລາກອນໃນຂັ້ນບ້ານໃຫ້ ເຂັ້ມແຂງເທື່ອລະກ້າວ, ຊຸດຝຶກອົບຮົມຍັງດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດລົງ.

About admins16