ປກສ 2 ເມືອງ ປະເມີນຜົນຈັດຕັ້ງມະຕິ 111-112 ຂອງກົມການເມືອງສູນກາງພັກ

ວັນທີ 06 ກັນຍາ 2022 ກອງບັນຊາການ ປກສ ເມືອງ ທ່າພະບາດ ແລະ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດ ມະຕິເລກທີ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫົງບໃນສະພາບການໃໝ່, ມະຕິເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ທິດທາງແຜນການ ປີ 2023. ໂດຍການເປັນປະທານ ຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິ 111 – 112/ກມສພ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ເຊີ່ງໄດ້ຍົກໃຫ້ເຫັນຜົນງານຜ່ານການຈັດຕັ້ງປະຕິບັດຕາມມະຕິດັ່ງກ່າວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 09 ຫົວຂໍ້ທີ່ກໍານົດໃນ ມະຕິ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່.

ຜ່ານມາ ຄະນະພັກ, ຄະບັນຊາໄດ້ເອົາໃຈໃສ່ເປັນເຈົ້າການໃນການຊີ້ນຳ – ນຳພາພະນັກງານ, ນາຍ ແລະ ພົນຕໍາຫຼວດ ໃຫ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປັບປຸງກຳລັງຢູ່ຮາກຖານ ເຮັດໜ້າທີ ສຶກສາອົບຮົມພໍ່, ແມ່ປະຊາຊົນ, ຍົກສູງສະຕິຊາດເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ປກສ ເມືອງ ທ່າພະບາດ ສາມາດປັບປຸງ ປກສ ບ້ານ ໄດ້ສໍາເລັດ 26 ບ້ານ, ມີ 102 ຄົນ, ວຽກງານສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ມີ 6.160 ຄອບຄົວ, ມີພົນລະເມືອງ 29.510 ຄົນ, ຍິງ 15.272 ຄົນ, ຂື້ນສໍາມະໂນຄົວໄດ້ສໍາເລັດ 6.145 ຄອບຄົວ ເທົ່າກັບ 99,75%, ບໍ່ທັນຂື້ນສໍາມະໂນຄົວ 15 ຄອບຄົວ ເທົ່າກັບ 0.25%, ບໍາລຸງວິຊາສະເພາະ ປກສ ກຸ່ມ – ປກສ ບ້ານ ໄດ້ສໍາເລັດ 26 ບ້ານ ໄດ້ສໍາເລັດ 100%, ຕິດຕາມເປົ້າໝາຍກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ, ຄັດຈ້ອນບັນດາເປົ້າໝາຍກໍ່ຄວາມບໍ່ສະຫງົບ ແລະ ຕີຖອຍໃຫ້ພວກເຄື່ອນໄຫວບໍ່ດີໄດ້ຫຼຸດລົງ 11 ເປົ້າໝາຍ.

ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ 26 ບ້ານທົ່ວເມືອງ ມີເປົ້າໝາຍ 832 ຄົນ, ຍິງ 14 ຄົນ, ເປົ້າໝາຍເຂົ້າຮ່ວມໂຄງການ 267 ຄົນ, ຍິງ 10 ຄົນ, ເອົາໃຈໃສ່ປ້ອງກັນເວນຍາມ, ກວດກາລາດຕະເວນ ຄ້າຍຄຸມຂັງ – ດັດສ້າງ ເພື່ອຊອກຮູ້ ແລະ ເກັບກໍາການເຄື່ອນໄຫວຂອງນັກໂທດ – ດັດສ້າງໄດ້ 48 ຄັ້ງ, ຕິດຕາມກວດກາ, ຄຸ້ມຄອງການໍາໃຊ້ສື່ສັງຄົມອອນລາຍ ທີ່ຈະກໍ່ຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ປະຕິບັດໄດ້ 100%. ເອົາໃຈໃສ່ປັບປຸງວຽກງານສືບສວນ – ສອບສວນຄະດີ ໂດຍອິງໃສ່ ມະຕິ 112/ກມສພ, ເຮັດໃຫ້ການດໍາເນີນຄະດີຖືກຕ້ອງຕາມລະບຽບກົດໝາຍ, ການດໍາເນີນຄະດີ ມີຄວາມຖືກຕ້ອງ, ພາວະວິໃສ ແລະ ຍຸຕິທໍາ. ສາມາດສັງລວມການຈັດຕັ້ງປະຕິບັດ ມະຕິ 111/ກມສພ ໃນ 09 ຫົວຂໍ້ໄດ້ 81,12%,ສັງລວມການຈັດຕັ້ງປະຕິບັດ ມະຕິ 112/ກມສພ ໃນ 05 ຫົວຂໍ້ໄດ້ 78,42%.

ປກສ ເມືອງ ປາກຊັນ ສາມາດປັບປຸງ ປກສ ບ້ານ ໄດ້ສໍາເລັດ 54 ບ້ານ, ມີ 176 ຄົນ, ເອົາໃຈໃສ່ ກວດກາ, ຮ່າງນ້ອຍ, ຮ່າງໃຫ່ຍ, ຂື້ນທະບຽບສໍາມະໂນຄົວ, ອອກບັດປະຈໍາຕົວ, ອອກບັດພັກເຊົາຊົ່ວຄາວໃຫ້ພົນລະເມືອງລາວທີ່ມາພັກເຊົ່າຢູ່ເມືອງປາກຊັນ ໃຫ້ຖືກຕ້ອງຕາມລະບຽບ, ຫຼັກການ, ພ້ອມທັງສຸມໃສ່ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 29 ບ້ານ, 8.213 ຄອບຄົວ, ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ສໍາເລັດ 54 ບ້ານ, ມີເປົ້າໝາຍຄ້າ – ຂາຍ ແລະ ເສບທັງໝົດ 1.757 ຄົນ, ເຂົ້າຮ່ວມໂຄງການ 1.305 ຄົນ ສະເລ່ຍ 75%, ຕິດຕາມເປົ້າໝາຍກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ, ຄັດຈ້ອນບັນດາເປົ້າໝາຍກໍ່ຄວາມບໍ່ສະຫງົບ ແລະ ຕີຖອຍໃຫ້ພວກເຄື່ອນໄຫວບໍ່ດີໄດ້ຫຼຸດລົງ.

ເອົາໃຈໃສ່ປັບປຸງວຽກງານສືບສວນ – ສອບສວນຄະດີ ໂດຍອິງໃສ່ ມະຕິ 112/ກມສພ, ເຮັດໃຫ້ການດໍາເນີນຄະດີຖືກຕ້ອງຕາມລະບຽບກົດໝາຍ ພາວະວິໃສ ແລະ ຍຸຕິທໍາ, ສາມາດສັງລວມການຈັດຕັ້ງປະຕິບັດ ມະຕິ 111/ກມສພ ໃນ 09 ຫົວຂໍ້ໄດ້ 91,52%,ສັງລວມການຈັດຕັ້ງປະຕິບັດ ມະຕິ 112/ກມສພ ໃນ 05 ຫົວຂໍ້ໄດ້ 81,1%.

ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ພັດປ່ຽນກັນ ຂຶ້ນປະກອບຄໍາຄິດ – ຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການເພື່ອຄວາມເປັນເອກະພາບກັນ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

ຕອນທ້າຍ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ປກສ 02 ຕົວ ເມືອງຍາດມາໄດ້, ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ ເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດ 4 ແຜນງານໃຫ່ນ, 41 ໂຄງການທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ, ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ຄຽງຄູ່ກັບການສ້າງພະນັກງານສືບທອດປ່ຽນແທນ, ຈັດຕັ້ງຜັນຂະຫຍາຍ ມະຕິ 111 -112/ກມສພ ໃຫ້ໄດ້ຮັບຈັດຕັ້ງປະຕິບັດຢ່າງມະປະສິດທິຜົນສູງ, ສືບຕໍ່ເຮັດວຽກງານສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ, ປັບປຸງກໍາລັງ ປກສ ກຸ່ມ, ປກສ ບ້ານ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະບັນຊາ ເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂທຸກບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ ແນ່ໃສ່ເຮັດໃຫ້ຂັ້ນຮາກຖານບ້ານ, ເມືອງ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

About admins16