ເປີດການສອບເສັງຈົບຊັ້ນ ມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2020-2021 ທົ່ວເມືອງປາກກະດິງ

ພິທີເປີດບັ້ນສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນຕົ້ນ ມ4 ປະຈຳສົກຮຽນ 2020-2021 ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ, ໄດ້ຈັດຂື້ນຢູ່ທີ່ສູນສອບເສັງ ມັດທະຍົມສຶກສາຕອນຕົ້ນທົ່ງນາມີ. ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານຄະນະກຳມະການຊີ້ນຳບັ້ນສອບເສັງຈົບຊັ້ນ ມ4 ຂັ້ນເມືອງ, ມີຄູອາຈານ ແລະ ນ້ອງນັກຮຽນ-ນັກສອບເສັງເຂົ້າຮ່ວມ.

ພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງປາກກະດິງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນຕົ້ນ ມ4 ຂັ້ນເມືອງປາກກະດິງ. ຕໍ່ຈາກນັ້ນທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ລາຍງານການກະກຽມຄວາມພ້ອມສອບເສັງຈົບຊັ້ນ ມ4 ສົກຮຽນ 2020-2021. ທົ່ວເມືອງປາກກະດິງ ໄດ້ຈັດການສອບເສັງໃນລະຫວ່າງ ວັນທີ 21 ຫາ 23 ກໍລະກົດ 2021 ນີ້ ມີ 6 ວິຊາສອບເສັງຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ພາສາອັງກິດ. ເມືອງປາກະດິງໄດ້ແບ່ງອອກເປັນ 3 ສູນສອບເສັງ ຄື: ສູນສອບເສັງ ມສ ປາກກະດິງ ປະກອບມີ: ໂຮງຮຽນ ມສ ປາກກະດິງ-ມໍຕົ້ນໂພນສີ ແລະ ມໍຕົ້ນບ້ານຊອດ ມີນັກສອບເສັງທັງໝົດ 243 ນ້ອງ, ຍີງ 131 ນ້ອງ, ແບ່ງອອກເປັນ 11 ຫ້ອງສອບເສັງ; ສູນສອບເສັງ ມສ ວຽງຄຳ ປະກອບມີ: ໂຮງຮຽນ ມສ ວຽງຄຳ-ມໍຕົ້ນນ້ຳທອນ ແລະ ມໍຕົ້ນບຸ່ງກວາງ ມີນັກສອບເສັງທັງໝົດ 217 ນ້ອງ, ຍີງ 118 ນ້ອງ, ແບ່ງອອກເປັນ 10 ຫ້ອງສອບເສັງ. ສູນສອບເສັງ ມ ຕົ້ນທົ່ງນາມີ ປະກອບມີ ມ ຕົ້ນທົ່ງນາມີ ແລະ ມ ຕົ້ນນາເຄືອ ມີນັກສອບເສັງທັງໝົດ 220 ນ້ອງ, ຍີງ 102 ນ້ອງ, ແບ່ງອອກເປັນ 11 ຫ້ອງສອບເສັງ. ພ້ອມກັນນີ້ຍັງໄດ້ຜ່ານກົດລະບຽບຂອງການສອບເສັງ ເພື່ອໃຫ້ນັກຮຽນ-ນັກສອບເສັງໄດ້ຮັບຮູ້ ແລະ ຍັງໄດ້ມີພິທີມອບຫົວບົດສອບເສັງ ໃຫ້ຄະນະກຳມະການຮັບຜິດຊອບການສອບເສັງຢ່າງເປັນທາງການ.

About admin11