ເຈົ້າແຂວງບໍລິຄຳໄຊ ພົບປະໂອ້ລົມພະນັກງານນຳພາ-ຄູ້ມຄອງ ເມືອງວຽງທອງ

ໃນວັນທີ 20 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອລົມພະນັກງານນໍາພາ-ຄູ້ມຄອງ ພະນັກງານ-ລັດຖະກອນ ເມືອງວຽງທອງ, ມີຄະນະບໍລິຫານງານພັກເມືອງ, ຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນເມືອງ ເຂົ້າຮ່ວມ.

ທ່ານ ພັນເອກ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ ໄດ້ຂື້ນລາຍງານວຽກງານຮອບດ້ານການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະຜ່ານມາ ເຊີ່ງຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍູ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນ ສາມາດຮັກສາໄດ້ສະຖຽນລະພາບທ່າງດ້ານການເມືອງ, ມີຄວາມສະຫງົບໂດຍພື້ນຖານ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

ເມືອງວຽງທອງ ມີ 34 ບ້ານ, ມີ 5.062 ຄອບຄົວ ອາຊີບຕົ້ນຕໍຂອງປະຊາຊົນແມ່ນຜະລິດກະສິກຳ ການປູກ-ການລ້ຽງ ແລະ ຄ້າຂາຍຈຳນວນໜຶ່ງ, 6 ເດືອນຕົ້ນປີ ປະຕິບັດຈັດເກັບລາຍຮັບໄດ້ 2,032 ຕື້ກວ່າກີບ ເທົ່່າກັບ 53,67 % ຂອງແຜນການປີ.

ເມືອງໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍ ຍູ້ແຮງການຜະລິດ, ພັດທະນາເສດຖະກິດ-ສັງຄົມ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ປະຈຸບັນ ທົ່ວເມືອງມີບ້ານພົ້ນທຸກແລ້ວ 16 ບ້ານ, ມີຄອບຄົວພົ້ນທຸກ 3.187 ຄອບຄົວ ເທົ່າກັບ 75,4 %, ບ້ານພັດທະນາ 7 ບ້ານ, ຄອບຄົວພັດທະນາ 3.164 ຄອບຄົວ ເທົ່າກັບ 62,50 %.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຍ້ອງຍໍຊົມເຊີຍຜນງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ທີ່ຄະນະບໍລິຫານງານພັກເມືອງຍາດມາໄດ້ຕະຫຼອດໄລຍະຜ່ານມາ, ທ່ານຍັງໄດ້ຍົກໃຫ້ເຫັນສະພາບການໃນໂລກ, ພາກພື້ນ ແລະ ໃນປະເທດ ທາງດ້ານເສດຖະະກິດ-ສັງຄົມ ພ້ອມເນັ້ນໃຫ້ພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ ຈົ່ງໄດ້ຖືເອົາວຽກງານປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງຂອງພັກໃນໄລຍໃໝ່, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເປັນປຶກແຜ່ນ, ມີການສະຫຼຸບຖອດຖອນບົດຮຽນ ເສີມຂະຫຍາຍຈຸດດີ, ກໍ່ສ້າງເຊີ່ງກັນ ແລະ ກັນ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ກໍ່ຄືປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຂາດໂຕ.

ເປັນເຈົ້າການ ໃນການປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ເສີມຂະຫຍາຍມູນເຊື້ອວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນຕົ້ນແມ່ນ ເຂົ້າຮ່ວມແກ້ໄຂບັນຫາ 4 ເຖື່ອນ, ຕິດພັນກັບ 9 ຫົວຂໍ້ສຳມະນາວິທະຍາສາດຂອງແຂວງ, ປັກປັກຮັກສາ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ສືບຕໍ່ປະຕິບັດບັນດາຄາດໝາຍແຜນພັດທະນາເສກຖະກິດ-ສັງຄົມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

About admins14