ຄໍາເກີດ – ທ່າພະບາດ ຈັດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ

ວັນທີ 20 ກໍລະກົດ 2021 ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ປະຈຳສົກປີ 2020-2021 ຂຶ້ນ ຢູ່ທີ່ສະໂມສອນໂຮງຮຽນ ມສ ນະຄອນໄຊ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໂດຍການເປັນປະທານເປີດຂອງທ່ານ ຜາສຸກ ຈຸມມາລາວົງ ຮອງເຈົ້າເມືອງຄຳເກີດ.

ການສອບເສັງຈົບຊັ້ນ ມ4 ສາຍສາມັນສຶກສາ ປະຈຳສົກຮຽນ 2020-2021 ຈະດຳເນີນວັນທີ 21-23 ກໍລະກົດ 2021, ມີ 6 ວິຊາສອບເສັງ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ພາສາອັງກິດ.

ທົ່ວເມືອງ ມີ 6 ສູນສອບເສັງ ຄື: ສູນສອບເສັງ ມສ ນະຄອນໄຊ, ສູນສອບເສັງ ມສ ຊົນເຜົ່າ, ສູນສອບເສັງ ມສ ໂພນມີໄຊ, ສູນສອບເສັງ ມສ ໜອງອໍ້, ສູນສອບເສັງ ມສ ທົ່ງແສນ, ສູນສອບເສັງ ມສ ຄຳເກີດ, ມີນັກສອບເສັງທັງໝົດ 1.098 ຄົນ, ຍິງ 559 ຄົນ, ມີ 55 ຫ້ອງ, ຫ້ອງໜຶ່ງບັນຈຸນັກສອບເສັງ 20-21 ຄົນ.

ທ່ານ ຜາສຸກ ຈຸມມາລາວົງ ໄດ້ມີຄຳເຫັນ-ໂອ້ລົມ ໂດຍເນັ້ນໃຫ້ຄະນະກຳມະການທີ່ຮັບຜິດຊອບແຕ່ລະສູນສອບເສັງ ຈົ່ງເອົາໃຈໃສ່ຕໍ່ລະບຽບການສອບເສັງ, ຄຸ້ມຄອງຫ້ອງເສັງເພື່ອບໍ່ໃຫ້ມີຊ່ອງວ່າງເກີດຂຶ້ນ ແລະ ນ້ອງນັກຮຽນທຸກຄົນ ຕ້ອງເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ປະຕິບັດກົດລະບຽບການສອບເສັງ, ຮັກສາສຸຂະພາບ, ຮັກສາຄວາມສະອາດ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ ປ້ອງກັນພະຍາດໂຄວິດ-19 ແລະ ໃຫ້ຜົນການສອບເສັງຄັ້ງນີ້ໄດ້ຜົນສຳເລັດຕາມລະດັບຄາດໝາຍ.

 

        ໃນຕອນເຊົ້າຂອງວັນ ທີ 21 ກໍລະກົດ 2021 ຢູ່ທີ່ ໂຮງຮຽນ ມ.ສ ທ່າພະບາດ ເມືອງ ທ່າພະບາດ, ແຂວງ ບໍລິຄຳໄຊ ໄດ້ຈັດພິທີ ເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ.4 ປະຈຳສົກຮຽນ ປີ 2020-2021 ທົ່ວເມືອງທ່າພະບາດຂື້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ,  ທ່ານ ອຈ ໂສພາ ບານທະວົງ ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງ ທ່າພະບາດ, ທ່ານ ສົມສັກ ໄຊຍະລາດ ຄະນະກຳມະການຮັບຜິດຊອບການສອບເສັງຂັ້ນແຂວງ, ມີຄະນະກຳມະການທີ່ຖືກແຕ່ງຕັ້ງຮັບຜິດຊອບການສອບເສັງ, ຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.

ທົ່ວເມືອງ ທ່າພະບາດ ມີໂຮງຮຽນ ມັດທະຍົມຕອນຕົ້ນ ແລະ ມັດທະຍົມສົມບູນ ທັງໝົດ 8 ແຫ່ງ ມີນັກສອບຊັ້ນ ມ.4 ທັງໝົດ 350 ຄົນ, ຍິງ 171 ຄົນ, ໄດ້ກຳນົດເປັນສູນສອບເສັງແຫ່ງດຽວ ຄື: ສູນສອບເສັງ ມ.ສ ທ່າພະບາດ, ມີ 18 ຫ້ອງສອບເສັງ, ຫ້ອງສອບເສັງໜຶ່ງຈະບັນຈຸນັກສອບ 19-20 ຄົນ.

 

About admin11