ເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍລະບົບ ບໍາລຸງ ປະຈຳສົກຮຽນ 2020-2021

ພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍຊັ້ນ ມ.7 ລະບົບບໍາລຸງ ປະຈຳສົກຮຽນ 2020-2021 ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 2 ສິງຫາ 2021 ຢູ່ທີ່ສູນການສຶກສານອກໂຮງຮຽນ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ໂດຍການເປັນປະທານ ຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນປະທານການສອບເສັງ, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ພັນມະຫາ ຜາງທະວົງ ຮອງຫົວໜ້າພະແນກສົ່ງເສີມວິຊາຊີບຂັ້ນພື້ນຖານ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຂະແໜງການສຶກສານອກໂຮງຮຽນ, ຄະນະກໍາມະການຮັບຜິດຊອບຫ້ອງສອບເສັງ ແລະ ນັກສອບເສັງເຂົ້າຮ່ວມ.

ການສອບເສັງຈົບຊັ້ນມັດທະຍົມຕອນປາຍຊັ້ນ ມ.7 ລະບົບບໍາລຸງ ໃນສົກປີ 2020-2021  ທົ່ວແຂວງມີການບໍາລຸງຊັ້ນ ມ.7 ມີ 2 ສູນຄື: ສູນການສຶກສານອກໂຮງຮຽນຂອງແຂວງ ແລະ ສູນການສຶກສານອກໂຮງຮຽນຂອງເມືອງ ປາກກະດິງເມືອງ, ປໃນນັ້ນສູນສອບເສັງເມືອງປາກກະດິງ, ມີນັກສອບເສັງລວມທັງໝົດຈໍານວນ 47 ຄົນ ຍິງ 9 ຄົນ, ປະກອບມີ 3 ຫ້ອງສອບເສັງ ຫ້ອງລະ 15 -–16 ຄົນ, ມີ 4 ວິຊາສອບເສັງຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຊີວະສາດ, ສຶກສາພົນລະເມືອງ , ເຊິ່ງຈະໄດ້ເລີ່ມການສອບເສັງແຕ່ວັນທີ 3 – 4 ສິງຫາ 2021.

About admin11