ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 4 ສະໄໝທີ VI

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 4 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 29-30 ກໍລະກົດ ນີ້ ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າພະບາດ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄໍາໄຊ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມລັດຖະບານ ຊຸດທີ IX ເປີດກ້ວາງຄັ້ງທີ I, ມະຕິກອງປະຊຸມເປີດກ້ວາງ ຄັ້ງທີ 4 ສະໄໝທີ VII ຂອງແຂວງ, ຮັບຟັງ ແລະ ປະກອບຄໍາເຫັນໃສ່ການຜ່ານຮ່າງບົດສັງເກດຕີລາຄາ ການນໍາພາຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກເມືອງ, ພ້ອມກັນນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ພ້ອມຍົກເອົາບັນຫາຈຸດອ່ອນ ແລະ ຂໍ້ຄົງຄ້າງ ນໍາໄປແກ້ໄຂໃນຕໍ່ໜ້າ.

ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ບັນດາສະຫາຍພະນັກງານຫລັກແຫລ່ງຂອງເມືອງ ຈະຕ້ອງໄດ້ເອົາໃຈໃສ່ຫລາຍວຽກງານສຳຄັນຕື່ມ ເປັນຕົ້ນ: ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໂດຍສະເພາະຂັ້ນບ້ານ ຂຶ້ນມາຮອດຂັ້ນເມືອງ, ສະກັດກັ້ນການລັກລອບເຂົ້າ-ອອກ ຕາມຊາຍແດນ ຢ່າງເຄັ່ງຄັດ, ເອົາໃຈໃສ່ປະກົດການຫຍໍ້ທໍ້ພາຍໃນບ້ານ ໂດຍສະເພາະບັນຫາ ການຄ້າຂາຍຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຈົ່ງນໍາເອົາເນື້້ອໃນຂອງກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງຄັ້ງທີ 4 ສະໄໝ VI ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນ.

About admin11