ມອບນາມມະຍົດຊາວໜຸ່ມ 4 ບຸກ ໃຫ້ແກ່ຊາວໜຸ່ມສະຫະພັນກໍາມະບານແຂວງ

ໃນຕອນບ່າຍຂອງວັນທີ 2 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມ ສະຫະພັນກໍາມະບານແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ດໍາລົງ ທັບລາດ ເລຂາໜ່ວຍພັກສະຫະພັນກໍາມະບານ, ສຫ ນາງ ໄໝ ສຸລິນໄຊ ເລຂາຊາວໜຸ່ມໜ່ວຍຮາກຖານ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.

ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ຂອງໜ່ວຍຊາວໜຸ່ມ ສະຫະພັນກຳມະບານແຂວງ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ປັດຈຸບັນຊາວໜຸ່ມໜ່ວຍຮາກຖານສະຫະພັນກໍາມະບານແຂວງ ມີສະຊິກຊາວໜຸ່ມທັງໜົດ 15 ສະຫາຍ, ຍິງ 10 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 90%; ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 89%; ດ້ານການຈັດຕັ້ງຕີລາຄາໄດ້ 95%; ດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 91% ໂອກາດຽວກັນນີ້ ສະຫາຍ ທະນູວັນ ວົງມະນີ ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມໜ່ວຍຮາກຖານກໍາມະບານ ແລະ ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ຍັງໄດ້ຈັດພິທີລາອອກຂອງສະມາຊິກຊາວໜຸ່ມທີ່ພົ້ນອາຍຸກະສຽນ ຈໍານວນ 8 ສະຫາຍ, ຍິງ 5 ສະຫາຍ.

About admin11