ເຊື່ອມຊືມ ວຽກງານກວດກາແນວລາວສ້າງຊາດ 4 ເມືອງທົ່ງພຽງ

ໃນວັນທີ 26 ມີນາ ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໄດ້ຈັດກອງປະຊຸມເຊື່ອມຊືມວຽກງານກວດກາແນວລາວສ້າງຊາດຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍປະທານແນວລາວສ້າງຊາດ 4 ຕົວເມືອງເຂົ້າຮ່ວມ ໃນນັ້ນມີ ເມືອງປາກະດິງ, ເມືອງປາກຊັນ, ເມືອງບໍລິຄັນ ແລະ ເມືອງທ່າພະບາດ ພ້ອມດ້ວຍອົງການຈັດຕັ້ງພາຄີພາຍໃນເມືອງທ່າພະບາດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງກໍ່ໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 070/ຄປຈ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງແນວລາວສ້າງຊາດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ-ລັດ, ໃນໂອກາດດັ່ງກ່າວທ່ານປະທານຍັງໄດ້ເຜີຍແຜ່ເຊື່ອມຊຶມ ຂໍ້ກໍານົດເລກທີ 01/ຄລສພ, ວ່າດ້ວຍລະບຽບການຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອໍານາດລັດ, ວຽກງານຕິດຕາມກວດກາແນວລາວສ້າງຊາດ, ຂໍ້ຕົກລົງຂອງຄະນະປະຈໍາສູນກາງແນວລາວສ້າງຊາດສະບັບເລກທີ 227/ຄປຈ ວ່າດ້ວຍລະບຽບການຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທໍາ ແລະ ຍັງໄດ້ເປີດໂອກາດໃຫ້ບັນດາເມືອງທີ່ເຂົ້າຮ່ວມກອງປະຊຸມໄດ້ສະເໜີກ່ຽວກັບບັນຫາຂອງແຕ່ລະເມືອງຢ່າງກົງໄປກົງມາ, ໃນທ້າຍຂອງກອງປະຊຸມທ່ານປະທານຍັງໄດ້ຮັບເອົາຄຳສະເໜີຂອງແຕ່ລະເມືອງໄປພິຈາລະນາ ແລະ ຍັງໄດ້ໂອ້ລົມຕໍ່ບັນດາເມືອງທີ່ເຂົ້າຮ່ວມກອງປະຊຸມ ໃຫ້ນຳເອົາເນື້ອໃນຂໍ້ຕົກລົງ, ຂໍ້ກຳນົດ ຕ່າງໆ ເພື່ອຜັນຂະຫຍາຍວຽກງານກວດກາຂອງແນວລາວສ້າງຊາດໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ໂປ່ງໃສ ແລະ ຍຸຕິທໍາ ເຮັດໃຫ້ການເຄື່ອນໄຫວໜ້າທີ່ວຽກງານ ແລະ ສິດອໍານາດຂອງຕົນຢ່າງມີປະສິດທິຜົນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເພື່ອແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງທີ່ເກີດຂຶ້ນ ໃນກົງຈັກການຈັດຕັ້ງໃຫ້ດີຂຶ້້ນເທື່ອລະກ້າວ ແລະ ກອງປະຊຸມກໍ່ໄດ້ປິດລົງໃນວັນດຽວກັນ.

About admin11