ຖວທ ແຂວງ ເຊື່ອມຊຶມເອກະສານສາຍພົວພັນຮ່ວມມືແບບພິເສດລາວ-ຫວຽດນາມ

ໃນຕອນເຊົ້າວັນທີ 26 ມີນາ 2021 ຢູ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຈັດພິທີເຜີຍແຜ່ບົດບັນທຶກຂໍ້ຕົກລົງການພົບປະລະຫວ່າງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ວັນທີ 5 ທັນວາ 2020 ແລະ ບົດລາຍງານໝາກຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ປະຈໍາປີ 2020, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ຫົວໜ້າກອງ-ຮອງກອງ ພ້ອມພະນັກງານພາຍໃນພະແນກເຂົ້າຮ່ວມ.

ໝາກຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ໄລຍະ 2016-2020  ເຫັນວ່າການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ, ມີຄວາມຕິດພັນສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ, ຮັກສາບົດບາດເປັນແກນຫຼັກ,  ມີທິດທາງລວມໃນການພົວພັນສອງປະເທດ, ເວລາໃດສອງຝ່າຍກໍ່ຢືນຢັນການພົວພັນ ຫວຽດນາມ-ລາວ ແມ່ນເປັນແບບຢ່າງທີ່ດີສະຫວ່າງສະໄຫວ, ຊື່ສັດ, ບໍລິສຸດຜຸດຜ່ອງທີ່ຫາໄດ້ຍາກ, ກາຍເປັນກົດເກນແຫ່ງການພັດທະນາ, ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດແຕ່ລະປະເທດ, ເປັນຊັບສົມບັດອັນລ້ຳຄ່າຂອງສອງພັກ, ສອງລັດທີ່ຕ້ອງໄດ້ຮັກສາ, ຜັນຂະຫຍາຍໃຫ້ບັນດາຄົນລຸ້ນຕໍ່ໆໄປ.

ໃນປີ 2019 ສອງຝ່າຍໄດ້ເປັນເອກະພາບກັນກຳນົດເອົາການພົວພັນສອງປະເທດເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ບັນດາຄະນະອ້ອມຂ້າງສູນກາງພັກ, ກະຊວງ, ຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ຂອງສອງປະເທດ ກໍ່ໄດ້ມີການລົງນາມບັນດາບົດບັນທຶກການຮ່ວມມືສອງຝ່າຍ ແລະ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີການຢ້ຽມຢາມໄປມາຫາສູ່ກັນເປັນປົກກະຕິ ມີການແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ການບໍລິຫານປະເທດ, ການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ ກໍ່ຄືຂົງເຂດຕ່າງໆ ທີ່ສອງຝ່າຍໃຫ້ຄວາມສົນໃຈ.

About admins16