ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈໍາປີ 2020 ຂອງແຂວງບໍລິຄຳໄຊ

ຕອນເຊົ້າວັນທີ 26 ມີນາ 2021 ນີ້ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈໍາປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2021 ຂື້ນ ໂດຍການເປັນປະທານຂອງທ່ານ ພັທ ໄຊຍະສຸກ ຫຼຽນຕະກຸນ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າ, ຄະນະຫ້ອງ, ກອງ, ປກສ ເມືອງ 7 ເມືອງ, ພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານ-ນັກຮົບ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.

ທ່ານ ພັທ ໄຊຍະສຸກ ຫຼຽນຕະກຸນ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການນໍາພາບັນຊາເຮັດວຽກງານວິຊາສະເພາະໃນໄລຍະ 01 ປີຜ່ານມາ ໄດ້ໃຫ້ຮູ້ວ່າ:  ໄດ້ຮັບຄໍາຮ້ອງຂໍເຮັດບັດປະຈໍາຕົວໃໝ່, ຕໍ່ບັດປະຈໍາຕົວ ຈໍານວນ 6,445 ສະບັບ, ວຽກງານ ປກສ ກຸ່ມບ້ານ ແລະ ກໍ່ສ້າງຮາກຖານ ໄດ້ແຕ່ງຕັ້ງພະນັກງານ-ນັກຮົບ ລົງປະຈໍາຢູ່ເຂື່ອນໄຟຟ້າ ນໍ້າເທີນ 1 ເມືອງ ປາກກະດິງ 02 ສະຫາຍ, ລົງກໍ່ສ້າງຮາກຖານ ຢູ່ 03 ເມືອງເຂດຈຸດສຸມ, ນໍາພາ ປກສ ບ້ານລົງເກັບກໍາຄົນມາພັກເຊົາ 42 ຄັ້ງ, ມີ 165 ຄົນ, ຍິງ 33 ຄົນ,  ສົບທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານພູຄໍາ ລົງກວດກາປະຊາຊົນລັກລອບຕັດໄມ້ຖາງປ່າເຮັດໄຮ່ຢູ່ເຂດປ່າຫວງຫ້າມ, ວຽກງານສໍາມະໂນຄົວ ແລະ ຍົກຍ້າຍຖິ່ນຖານໄດ້ເອົາໃຈໃສ່ແກ້ໄຂບັນຫາ 04 ເຖື່ອນທີ່ແຂວງວາງອອກຢ່າງເຂັ້ມງວດ, ເກັບກໍາສະຖິຕິ, ຂື້ນສໍາມະໂນຄົວສໍາເລັດແລ້ວ 52,750 ຫຼັງຄາເຮືອນ, ມີ 53,423 ຄອບຄົວ, ຍັງບໍ່ທັນຂື້ນສໍາມະໂນຄົວ 309 ຫຼັງຄາເຮືອນ, ມີ 346 ຄອບຄົວ, ຈໍານວນຄົນເພີ່ມມີ 574 ຄົນ, ຍິງ 278 ຄົນ, ເກີດໃໝ່ 470 ຄົນ, ຍິງ 220 ຄົນ, ຍົກຍ້າຍມາຈາກຕ່າງແຂວງ 11 ຄອບຄົວ, ມີ 51 ຄົນ, ຍິງ 23 ຄົນ, ຍ້າຍມາເປັນບຸກຄົນ 53 ຄົນ, ຍິງ 35 ຄົນ, ຄົນຫຼຸດ 180 ຄົນ, ຍິງ 88 ຄົນ, ເສຍຊີວິດ 98 ຄົນ, ຍິງ 47 ຄົນ, ຍົກຍ້າຍໄປຕ່າງແຂວງ 10 ຄອບຄົວ, ມີ 66 ຄົນ, ຍິງ 30 ຄົນ, ຍົກຍ້າຍໄປຕ່າງແຂວງເປັນບຸກຄົນ 16 ຄົນ, ຍິງ 11 ຄົນ, ຈ່າຍປື້ມສໍາມະໂນຄົວໃຫ້ບັນດາ ປກສ ເມືອງ ໄດ້ 2,097 ຫົວ, ປື້ມແຈ້ງຄົນມີໜ້າ ແລະ ບໍມີໜ້າໃນຄອບຄົວ 1,585 ຫົວ, ວຽກງານອາຊີບ ແລະ ພາຫານະພິເສດ ໄດ້ລົງກວດກາ, ເກັບກໍາສະຖິຕິຂື້ນທະບຽນບັນດາບ້ານໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງກິນດື່ມ, ຮ້ານຄ້າ, ຮ້ານເສີມຄວາມງາມ, ໂຮງພິມ, ໂຮງຊວດຈໍາ, ຄຼີນິກ ແລະ ອື່ນໆໄດ້ 619 ແຫ່ງ, ຂື້ນທະບຽນນໍາໃຊ້ອາວຸດໄດ້ສໍາເລັດ, ຜະລິດຕາປະທັບໄດ້ 290 ໜ່ວຍ, ວຽກງານຄຸ້ມຄອງປະຫວັດ ແລະ ອອກບັດປະຈໍາຕົວ ໃຫ້ພະນັກງານ ແລະ ປະຊາຊົນໄດ້ 6,445 ບັດ, ສະເພາະທິດທາງໃນຕໍ່ໜ້າຈະໄດ້ສືບຕໍ່ສຸມໃສ່ປະຕິບັດຕາມ 04 ເນື້ອໃນ 04 ຄາດໝາຍຕິດພັນກັບວຽກງານ 03 ສ້າງຂອງຂັ້ນເທິງວາງອອກ, ສຸມໃສ່ຈັດຕັ້ງປະຕິບັດ ສໍາມະນາ 09 ຫົວຂໍ້ວິທະຍາສາດ, ແກ້ໄຂບັນຫາ 04 ເຖື່ອນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຢູ່ບັນດາເຂດຈຸດສຸມຫຼໍ່ແຫຼມ, ເກັບກໍາສະຖິຕິຄົນຫຼຸດ, ຄົນເພີ່ມ, ຂື້ນທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວໃຫ້ຖືກຕ້ອງ, ເກັບກໍາຂື້ນທະບຽນບັນດາພາຫະນະ, ອາຊີບພິເສດຕ່າງໆໃຫ້ຫັນເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ, ສືບຕໍ່ປັບປຸງ, ກໍ່ສ້າງ ປກສ ກຸ່ມບ້ານ, ປກສ ບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ທັນສະໄໝຂື້ນເປັນກ້າວໆ,

About admin11