ເຊື່ອມຊືມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 06 ສະໄໝທີ VII ທີ່ ເມືອງ ທ່າພະບາດ

  ໃນວັນທີ 6 ເມສາ 2022 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ໄດ້ຈັດພິທີ ເຜີຍແຜ່ ເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 06 ສະໄໝທີ VII ຂື້ນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດພ້ອມດ້ວຍ ຫົວໜ້າຫ້ອງການ, ຮອງຫ້ອງການ , ປກຊ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ດັ່ງກ່ວາ ທ່ານ ປະທານຍັງໄດ້ໃຫ້ຮູ້ວ່າ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝທີ VII ໄດ້ໄຂຂື້ນ ໃນວັນທີ 6  ເຖິງວັນທີ 10 ກຸມພາ 2022 ທີ່ຫ້ອງປະຊຸມຂອງແຂວງ ພາຍໃຕ້ຄຳຂວັນທີວ່າ: ຕັ້ງໜ້າສ້າງຄອບຄົວໃຫ້ມີຄວາມຮັ່ງມີ, ບ້ານມີຄວາມເຂັ້ມແຂງ, ເມືອງ-ແຂວງມີຄວາມສະຫງົບ ແລະ ພັດທະນາ, ໂດຍການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ເຊີງມີບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນ, ເລຂາພັກເມືອງ, ຫົວໜ້າພະແນກການ, ອົງການ, ກອງບັນຊາການ ປກຊ-ປກສ ແຂວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ເຊິ່ງກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຮອງເອົາຜົນສຳເລັດການຈັດຕັ້ງປະຕີບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ VII

   ເຊິງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ, ບັນດາພະແນກການ, ອົງການອ້ອມຂ້າງຂັ້ນແຂວງ, ເມືອງ ກໍ່ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດແຜນງານປີ 2021 ເຂົ້າສູ່ວຽກງານໂຕຈິງດ້ວຍການວາງແຜນການ, ໂຄງການອັນລະອຽດ ແລະ ສອດຄອ່ງກັບສະພາບໂຕຈິງອັນພົ້ນເດັ່ນເປັນຕົ້ນແມ່ນ: ວຽກງານແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ວຽກງານການພັດທະນາວັດທະນະທຳ-ສັງຄົມ, ວຽກງານປັບປຸງບູລະນະອົງການອຳນາດລັດໃຫ້ມີຄວາມໝັກແໜ້ນ, ເຂັ້ມແຂງຕາມທິດສ້າງລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ວຽກງານຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວປວງຊົນຕິດແໜ້ນກັບຄຳຂວັນ ແລະ ຂໍ້ແຂ່ງຂັນຂອງບັນດາອົງການຈັດຕັ້ງ, ວຽກງານພົວພັນ ແລະ ຮ່ວມມືກັບສາກົນ, ວຽກງານປັບປຸງ-ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ແລະ ວຽກງານບຳລຸງ-ກໍ່ສ້າງພະນັກງານ ແລະ ຍັງໄດ້ສຸມໃສ່ທິດທາງວຽກງານຈຸດສຸມ ປີ 2022  ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ ແລະ ນອກຈາກນັ້ນທ່ານ ຍັງໄດ້ຍົກໃຫ້ເຫັນ ເນື່ອໃນກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2021 ພາຍໃຕ້ຄຳຂວັນ: ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ໃຫ້ປະກົດຜົນເປັນຈິງ ແລະ ບົດໂອ້ລົມຂອງສະຫຍາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູກາງພັກ, ຮອງປະທານປະເທດແຫ່ງ ສປປລາວ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມ ປະຈຳປີ 2021  ທັງນີ້ໃນການຈັດຕັ້ງເຜີຍແຜ່, ເຊື່ອມຊືມ ແລະ ຜັນຂະຫຍາຍໃນຄັ້ງນີ້ກໍ່ເພື່ອໃຫ້ ພະນັກງານຫຼັກແຫຼ່ງ ກຳແໜ້ນໄດ້ບັນດາເນື້ອໃນຕົ້ນຕໍ ແລະ ແນໃສ່ສ້າງຄວາມຮູ້ຄວາມ-ເຂົ້າໃຈ ໃຫ້ເລີກເຊີງເປັນເອກະພາບທົ່ວລະບົບການເມືອງ ແລະ ທົ່ວສັງຄົມ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກິດໝາກອອກຜົນຕົວຈິງ, ສ້າງໄດ້ການຫັນປ່ຽນທີ່ແຂງແຮງ, ເລິກເຊິງ ແລະ ຮອບດ້ານຕາມທິດທາງວາງໄວ້.

About admin11