ບ້ານ ໂພນດູ່ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII

    ໃນວັນທີ 7 ເມສາ 2022 ບ້ານ ໂພນດູ່, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນ ຢູ່ທີ່ຫ້ອງການບ້ານ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພອຍ ໄຊພູວົງ ເລຂາພັກບ້ານ – ນາຍບ້ານ ໂພນດູ່, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານຕາມ 5 ໜ່ວຍງານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ດ້ານໄລຍະ 5 ປີ ຜ່ານມາ ບ້ານ ໂພນດູ່ ມີສະມາຊິກພັກທັງໝົດ 24 ສະຫາຍ, ຍີງ 4 ສະຫາຍ, ຜ່ານມາຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ. ບ້ານໂພນດູ່ ມີ 124 ຫຼັງຄາເຮືອນ ມີ162 ຄອບຄົວ, ມີພົນລະເມືອງ 666 ຄົນຍິງ 337 ຄົນ, ອາຊີບເຮັດນາ ເຮັດໄຮ່,​ ປູກພຶດ ແລະ ລ້ຽງ ສັດເປັນສຳຮອງ, ທົ່ວບ້ານມີເນື່ອທີ່ທັງໝົດ 41.73 ເຮັກຕ່າ, ພາຍໃນບ້ານມີສັດລ້ຽງປະເພດງົວ ຈໍານວນ 174 ໂຕ, ຄວາຍ 36 ໂຕ, ໝູ່ 99 ໂຕ, ແບ້ 187 ໂຕ ແລະ ສັດປີກຈຳນວນ 3,720ໂຕ, ສະ ເລ່ຍລາຍຮັບແມ່ນ 1.700.000 ຕໍ່ຄົນ/ຕໍ່ປີ,​ ປະຊາຊົນພາຍໃນບ້ານມີເຂົ້າກຸ້ມກີນຕະຫຼອດປີ, ບ້ານມີຄອບຄົວພົ້ນທຸກຈຳນວນ 113 ຄອບຄົວ, ຄອບຄົວຍັງບໍ່ທັນພົ້ນທຸກ 11 ຄອບຄົວ. ກອງປະຊຸມໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາພັດທະນາ ບ້ານ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ເຊີ່ງໄດ້ເລືອກເອົາ ທ່ານ ຄໍາພອຍ ໄຊພູວົງ ເປັນເລຂາພັກບ້ານ-ເປັນນາຍບ້ານ , ທ່ານ  ເຄນໝັ້ນ ສີມະວົງ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ, ທ່ານ ນາງ ໃສ ແກ້ວລຳພັນ ເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ, ປະກາດແຕ່ງຕັ້ງຫົວໜ້າໜ່ວຍງານ, ໂຄງຮ່າງການ ຈັດຕັ້ງ 5 ຕ່ຳແໜ່ງງານຂອງບ້ານ.

About admin11