ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຮາກຖານກໍາມະບານຫ້ອງການ-ການເມືອງຄຳເກີດ

ໃນຕອນເຊົ້າຂອງວັນທີ 7 ເມສາ 2022 ນີ້ ຮາກຖານກໍາມະບານຫ້ອງການ-ການເງີນເມືອງຄຳເກີດໄດ້ ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂື້ນທີ່ຫ້ອງປະຊຸມຂອງຕົນ. ພາຍໃຕ້ການເປັນປະທານ ໂດຍສະຫາຍ ສັນຕິ ແສງພະທິດ ປະທານກໍາມະບານຮາກຖານຫ້ອງການ-ການເງີນເມືອງຄໍາເກີດໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ  ຄໍາມະນີ ພາວິໄລ ປະທານສະຫະພັນກໍາມະບານເມືອງຄໍາເກີດ ແລະ ສະຫາຍ ສຸບັນ ລໍມະນີ ຫົວໜ້າຫ້ອງການ-ການເງີນເມືອງຄໍາເກີດ. ມີບັນດາແຂກຖືກເຊີນ, ສະມາຊິກກຳມະບານ ເຂົ້າຮ່ວມ.

ໜ່ວຍຮາກຖານກຳມະບານຫ້ອງການ ການເງິນເມືອງຄຳເກີດ ເປັນໜ່ວຍເອກະລາດ, ພາຍໃຕ້ການຊີ້ນຳ ນຳພາຂອງໜ່ວຍພັກ ຫ້ອງການ ການເງິນເມືອງ, ເປັນເສນາທິການໃຫ້ແກ່ ສະຫະພັນກຳມະບານເມືອງ, ໜ່ວຍຮາກຖານກຳມະບານຫ້ອງການ ການເງິນ ລວມ ມີສະມາຊິກທັງໝົດ 29 ສະຫາຍ ຍິງ 9 ສະຫາຍ, ໃນນັ້ນ ເປັນສະມາຊິກພັກແລ້ວ 23 ສະຫາຍ, ຍິງ 5 ສະຫາຍ, ການນໍາພາໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເຊິ່ງມີບາງເນື້ອໃນສໍາຄັນດັ່ງນີ້: ກໍາມະບານຮາກຖານ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດລະບຽບກົດໝາຍຂອງລັດ, ມະຕິຄໍາສັ່ງຕ່າງໆຂອງຂັ້ນເທິງເປັນຕົ້ນແມ່ນການເອົາໃຈໃສ່ໃນການເຄື່ອນໄຫວສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງ, ມີຄວາມສາມັກຄີແໜ້ນແຟ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນສົມບັດປະຕິວັດ ມີຄວາມຮັບຜິດຊອບຕໍ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດຜົນ ເຊີ່ງສະແດງອອກຄື: ກໍາມະບານຮາກຖານໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2017-2021 ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ຄຳກ້ອນ ໄຊຍະບຸດ ເປັນປະທານ, ສະຫາຍ ອຸດອນ ວົງສີປະສົມ ເປັນຮອງປະທານ, ສະຫາຍ ນາງ ຄຳມະນີ ອິນທະວົງ ເປັນຄະນະ.

ໃນຕອນທ້າຍພິທີ ສະຫາຍ ຄໍາມະນີ ພາວິໄລ ໄດ້ໃຫ້ກຽດໂອ້ລົມ: ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັນຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາແກ່ຄະນະຊຸດໃໝ່ພ້ອມດ້ວຍສະມາຊິກກໍາມະບານໃຫ້ເພີ່ມທະວີຄວາມສາມັກຄີ ພ້ອມກັນຈັດຕັ້ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວ ໂດຍຕິດພັນກັບວິຊາສະເພາະກໍ່ຄືວຽກງານຂອງຕົນໃຫ້ສໍາເລັດຜົນຕາມທິດທາງແຜນການທີ່ວາງໄວ້.

About admin11