ເຊັນສັນຍາຮ່ວມມື ດ້ານວິຊາການຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ – ວິທະຍາໄລພຽນຈະເລີນ

        ພິທີເຊັນສັນຍາ ວ່າດ້ວຍການຮ່ວມມືດ້ານວິຊາການ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ  ມະຫາວິທະຍາໄລແຫ່ງຊາດ ກັບ ວິທະຍາໄລພຽນຈະເລີນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 11 ກຸມພາ 2022 ຢູ່ທີ່ ວິທະຍາໄລພຽນຈະເລີນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ບຸນຜັນ ຕົ້ນແພງ ຮັກສາການຄະນະບໍດີ, ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ, ທ່ານ ຄຳປຸ່ນ ລັດຕະນະເດດ ຜູ້ປະກອບການ ວິທະຍາໄລພຽນຈະເລີນ ພ້ອມດ້ວຍຄະນະທີມງານ, ຄູ – ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

        ການເຊັນສັນຍາການຮ່ວມມື ລະຫວ່າງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພຽນຈະເລີນ ຈະເປັນບາດກ້າວເບື້ອງຕົ້ນແຫ່ງຄວາມຫວັງ ໃນການພັດທະນາວິທະຍາໄລພຽນຈະເລີນ ໃຫ້ກ້າວສູ່ລະດັບໃໝ່ – ຄຸນນະພາບໃໝ່.

       ຈຸດປະສົງ ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜຸນການພັດທະນາບຸກຄະລາກອນ, ຫຼັກສູດ, ການສິດສອນ ແລະ ກິດຈະກໍາການສຶກສາ, ປະເມີນຫຼັກສູດການສຶກສາ ລະດັບຊັ້ນສູງ (ອະນຸປະລິນຍາ) ສາຂາວິຊາການເງິນ – ການທະນາຄານ ຂອງວິທະຍາໄລພຽນຈະເລີນ ທີ່ໄດ້ຮັບອະນຸມັດນໍາໃຊ້ຈາກກົມອາຊີວະສຶກສາມາແລ້ວ ສາມາດເຊື່ອມຕໍ່ກັບຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາ ເສດຖະສາດ ແລະ ບໍລິຫານທຸລະກິດ ຂອງພາກວິຊາວິການເງິນ-ການທະນາຄານ ມະຫາວິທະຍາໄລແຫ່ງຊາດໄດ້.

 

About admins16