ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ

          ກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກ ຖວທ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ສະມາຊິກພັກພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

         ຮາກຖານພັກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ປະກອບມີ 5 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຖະແຫຼງຂ່າວ, ວັດທະນະທຳ, ທ່ອງທ່ຽວ, ບໍລິຫານ – ຈັດຕັ້ງ ແລະ ໜ່ວຍພັກສະຖານີວິທະຍຸ – ໂທລະພາບ, ມີສະມາຊິກພັກທັງໝົດ 71 ສະຫາຍ, ຍິງ 28 ສະຫາຍສຳຮອງ 1 ສະຫາຍ ແລະ ໄປຮຽນທິດສະດີ 2 ສະຫາຍ.

       ໃນໄລຍະຜ່ານມາ ໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ ເນື່ອງໃນໂອກາດວັນສຳຄັນຂອງຊາດ – ຂອງພັກ ແລະ ໄດ້ເຊື່ອມຊຶມເອກະສານ 54 ສະບັບ, ເຂົ້າຮ່ວມຕາມຂະບວນການຂັ້ນແຂວງຈັດຂຶ້ນ ໄດ້ 713 ຄັ້ງ.

          ທົ່ວແຂວງມີລະບົບໂທລະໂຄ່ງ 271 ບ້ານ, ກວມເອົາ 95,42% ຂອງຈຳນວນບ້ານທັງໝົດ ຊຶ່ງເພີ່ມຂຶ້ນ 47,70% ທຽບໃສ່ປີ 2018  ( ມີ 140 ບ້ານ), ເຄື່ອນໄຫວສາຍຮູບເງົາມູນເຊື້ອ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຢູ່ບັນດາເມືອງ – ກົມກອງ – ສະຖາບັນການສຶກສາອ້ອມຂ້າງແຂວງໄດ້ 52 ຄັ້ງ, ກໍ່ສ້າງສະຖານີວິທະຍຸເອັບເອມກຳລັງສົ່ງ 700 ວັດ ໃຫ້ເມືອງທ່າພະບາດ, ຕິດຕັ້ງເຄື່ອງສົ່ງວິທະຍຸ 1.000 ວັດ ໃຫ້ເມືອງວຽງທອງ, ເມືອງຄໍາເກີດ ແລະ ສໍາເລັດການສ້ອມແປງເຄື່ອງສົ່ງ, ຕິດຕັ້ງລະບົບສາຍດິນສະຖານີວິທະຍຸ ແຂວງ, ປະຈຸບັນ ທົ່ວແຂວງມີສະຖານີວິທະຍຸກະຈາຍສຽງ 5 ແຫ່ງ, ເພີ່ມຂຶ້ນ 1 ແຫ່ງ ໃນນັ້ນ ສະຖານີວິທະຍຸຂັ້ນ ແຂວງ 1 ແຫ່ງ ແລະ ຂັ້ນເມືອງ 4 ແຫ່ງ.

      ອັບໂຫຼດຂ່າວລົງໜ້າເວບໄຊໄດ້ 3.131 ຂ່າວ, ເມືອງສົ່ງໃຫ້ 1.825 ຂ່າວ, ກາບກອນ – ກາວີໄດ້ 463 ກອນ, ບົດເສດຖະກິດ – ສັງຄົມ ແລະ ວິຖິຊາວບ້ານ 521 ບົດ, ສ້າງສາລະຄະດີກິດຈະກຳການທ່ອງທ່ຽວ “ລາວທ່ຽວລາວ” ປີ 2021 ໄດ້ 3 ເລື່ອງ, ຈັດພິມໜັງສືພິມໄດ້ 96.000 ສະບັບ, ແຈກຢາຍຈຳໜ່າຍ 89.640 ສະບັບ, ສົ່ງຂ່າວອອກໜັງສືພິມ ສູນກາງໄດ້ 3.250 ຂາວ, ກວດແກ້ຂ່າວລົງໜ້າໜັງສືພິມ ໄດ້ 6.966 ຂ່າວ, ສະຖານີ – ໂທລະພາບ ສາມາດເກັບກໍາຂ່າວ, ຂຽນຂ່າວໄດ້ 3.815 ຂ່າວ ເທົ່າກັບ 150 % ຂອງແຜນການ, ຮັບຂ່າວຈາກເມືອງ ແລະ ພະແນກການອ້ອມຂ້າງສົ່ງໃຫ້ 3.515 ຂ່າວ ເທົ່າກັບ 270%, ລາຍງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ 2.280 ຂ່າວ ເປັນພາສາກົນມຸ 609 ຂ່າວ, ພາສາມົ້ງ 615 ຂ່າວ.

            ສາມາດສ້າງຄອບຄົວວັດທະນະທຳໄດ້ທັງໝົດ 5.422 ຄອບຄົວ ເທົ່າກັບ 99,85%, ປະກາດຮັບຮອງບ້ານວັດທະນະທຳໄດ້ທັງໝົດ 33 ບ້ານ ເທົ່າກັບ 80,48%, ນຳພາຄະນະສິລະປະຂອງສູນວັດທະນະທຳເດັກ ສະແດງໃນງານສໍາຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ 81 ຄັ້ງ, ມີ 272 ລາຍການ, ໃນນັ້ນ ສະແດງຢູ່ຕ່າງປະເທດ 7 ຄັ້ງ ມີ 16 ລາຍການ, ໄດ້ພັດທະນາແຫຼ່ງທ່ອງທ່ຽວ ວັງນ້ຳເຢັນ, ສູນຫັດຖະກຳໂພນຕານ ແລະ ທ່າບັກ ໃຫ້ເປັນຈຸດເຊື່ອມຕໍ່ວົງຈອນການທ່ອງທ່ຽວລະຫວ່າງເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເມືອງນາກາຍ ແຂວງຄຳມ່ວນ ໂດຍທຶນຂອງໂຄງການ ພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ລວມມູນຄ່າ 246,81 ໂດລາສະຫະລັດ, ສັງລວມສະຖິຕິບັນຊີແຫຼ່ງທ່ອງທ່ຽວພາຍໃນແຂວງ ລວມ 117 ແຫ່ງ.

         ຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການນຳພາຂອງພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທັງ 3 ດ້ານ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 17 ສະຫາຍ, ເທົ່າກັບ 23%, ການຈັດຕັ້ງພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ມີສະມາຊິກພັກແຂງ 70 ສະຫາຍ, ເທົ່າກັບ 100%.

          ໄດ້ຮັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ຈຳນວນ 18 ສະ ຫາຍ, 5 ກົມກອງ, ຫຼຽນກາ 16 ສະຫາຍ, ໃບຍ້ອງຍໍ ແລະ ໃນຊົມເຊີຍ 230 ໃບ, ປະຕິບັດນະໂຍບາຍພະນັກງານເຂົ້າຮັບບໍານານ 9 ສະຫາຍ, ຍິງ 3 ສະຫາຍ.

          ພາຍຫລັງຄະນະພັກຊຸດເກົ່າອຳລາໜ້າທີ່ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ອຸດອນ ສອນສຸລິນ ເປັນເລຂາຄະນະພັກຮາກຖານພະແນກ ຖວທ ແຂວງ ຊຸດທີ III, ສະຫາຍ ສົນທອງ ວີບຸນກວ້າງ ເປັນຮອງເລຂາ, ສະຫາຍ ພູວັນ ໄຊຍະສານ ເປັນຄະນະພັກ ທັງເປັນປະທານກວດກາ, ສະຫາຍ ສີຫອມ ສອນມະນີ ເປັນຄະນະພັກ ທັງເປັນຮອງປະທານກວດກາ ແລະ ສະຫາຍ ບົວສອນ ບຸດຊາວດອນ ເປັນຄະນະພັກຮາກຖານ.

 

About admins16