ມ.ສ ໜອງບົວ ຊະນະ ທີມ ສ່ຽວ ສກຂ ບໍລິຄຳໄຊ 5-4 ເຕະບານ ຊົມເຊີຍວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ

ທີມສ່ຽວພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ຮ່ວມກັບ ທີມ ມ.ສ ໜອງບົວ ຈັດການແຂ່ງຂັນເຕະບານມິດຕະພາບນັດພິເສດ ເມື່ອຕອນແລງວັນທີ 10 ກຸມພາ 2022 ທີ່ເດີ່ນກິລາໂຮງຮຽນ ມ.ສ ໜອງບົວ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ ແລະ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ພ້ອມດ້ວຍນັກກິລາທັງສອງພາກສ່ວນເຂົ້າຮ່ວມ.

ການແຂ່ງຂັນກິລາເຕະບານມິດຕະພາບລະຫວ່າງສອງທີມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ( 1 ກຸມພາ 1956 – 1 ກຸມພາ 2022) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ນອກນັ້ນ ກໍຍັງເປັນການສ້າງໂອກາດໃຫ້ກັບນັກກິລາທັງສອງພາກສ່ວນ ໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຜູກສຳພັນທະໄມຕີ ໃຫ້ມີຄວາມສະໜິດແໜ້ນຂຶ້ນຕື່ມ.

ຜ່ານການແຂ່ງຂັນ ຜົນປະກົດວ່າ ເປັນຝ່າຍ ທີມ ມ.ສ ໜອງບົວ ສາມາດເອົາຊະນະ ທີມ ສ່ຽວ ສກຂ ບໍລິຄຳໄຊ 5 – 4 ປະຕູ. ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີໄມຕີຈິດມິດຕະພາບ ແລະ ນັກກິລາທັງສອງຝ່າຍຫຼິ້ນກັນດ້ວຍນ້ຳໃຈ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.

ເນື່ອງໃນໂອກາດທີ່ຈັດກິດຈະກໍາໃນຄັ້ງນີ້ ທິມສ່ຽວສຶກສາ, ບໍລິສັດໂຄລາວ ແລະ ຄອບຄົວອົ້ນການຊ່າງ ພ້ອມກັນນໍາເອົາອຸປະກອນກິລາ ເຊັ່ນ: ບານເຕະ, ບານຕີ, ກະຕໍ້, ໜ່າງບານ ແລະ ຊຸດກິລາ ຈໍານວນໜຶ່ງ ມູນຄ່າ 3.500.000 ກວ່າກີບ ມອບໃຫ້ໂຮງຮຽນ ມ.ສ ໜອງບົວ ເພື່ອນໍາໃຊ້ເຂົ້າໃນວຽກງານການຮຽນ-ການສອນວິຊາພະລະສຶກສາ ເພື່ອໃຫ້ວຽກງານກິລາຂອງໂຮງຮຽນພັດທະນາຂື້ນເທື່ອລະກ້າວ.

About admins16