ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ມ້າງລາຍຄະດີ ຄ້າຂາຍຢາເສບຕິດ 03 ຄົນ

   

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນເວລາປະມານ 6:00 ໂມງ ຂອງວັນທີ 08 ກຸມພາ 2022 ໄດ້ປະຕິບັດແຜນມ້າງລາຍຄະດີ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ (ເຮືອນ) ຂອງທ້າວ ໄມອົ້ນ ປະຊາຊົນ ບ້ານນາເມືອງ, ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຊີ່ງໄດ້ພົບເຫັນ ຢາບ້າຈໍານວນ 65 ເມັດ ຊຸກເຊື່ອງຢູ່ໃນຫ້ອງນອນຂອງຜູ້ກ່ຽວ, ຈຶ່ງໄດ້ນໍາຕົວ ທ້າວ ໄມອົ້ນ ພ້ອມຂອງກາງຢາບ້າ ຈໍານວນ 65 ເມັດ ມາເພື່ອສືບສວນ – ສອບສວນ ຂະຫຍາຍຜົນ.

ຜ່ານການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ທ້າວ ໄມອົ້ນ ໄດ້ໃຫ້ການຮັບສາລະພາບ ແລະ ຊັດທອດຫາຄູ່ຮ່ວມຂະບວນການ, ດັ່ງນັ້ນ ໃນເວລາປະມານ 17:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ວິຊາສະເພາະ ຈີ່ງຮີບຮ້ອນວາງແຜນກັກຕົວຜູ້ຮ່ວມຄ້າຂາຍໃນຄັ້ງນີ້ ໂດຍໃຫ້ທ້າວ ອົ້ນ ໂທຫາຜູ້ຮ່ວມຄ້າຂາຍ ໃຫ້ມາສົ່ງຢາບ້າຕາມເຂດຈຸດນັດໝາຍ.

ປະມານ 50 ນາທີຕໍ່ມາ ຈີ່ງພົບເຫັນ ເປົ້າໝາຍ 2 ຄົນ ຂັບຂີ່ລົດຈັກເວບຮ້ອຍ ສີດໍາ ບໍ່ຕິດແຜ່ນປ້າຍທະບຽນ ນໍາເອົາຢາບ້າ ມາສົ່ງຕາມຈຸດນັດໝາຍ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວເປົ້າໝາຍ ຄື: ທ້າວ ຄໍາພຸດ ອາຍຸ 23 ປີ ແລະ ທ້າວ ອຽວ ອາຍຸ 31 ປີ ທັງສອງ ເປັນປະຊາຊົນ ບ້ານທົ່ງແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມດ້ວຍຂອງກາງຄະດີ ຢາບ້າ ຈໍານວນ 971 ເມັດ, ເຂົ້າມາສືບສວນ-ສອບສວນ ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

 

 

 

About admin11