ຫ້ອງຕຳຫລວດ ປກສ ແຂວງ ບໍລິຄຳໄຊ ສະຫຼຸບວຽກງານ ປະຈໍາປີ 2021

       ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນທີ່ຫ້ອງປະຊຸມເບີ 01 ປກສ ແຂວງ ໃນວັນທີ່ 16 ກຸມພາ 2022 ໂດຍການເປັນປະທານ ຂອງ ທ່ານ ພັນເອກ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງຕໍາຫຼວດ, ມີທ່ານ ພັນໂທ ພັດທະນາ ວົງຄໍາສີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕໍາຫຼວດ, ມີຄະນະພັກ, ຄະນະຫ້ອງ, ພະແນກວິຊາສະເພາະຈາກກອງບັນຊາການ ປກສ 07 ຕົວເມືອງ, ຕະຫຼອດຮອດ ພະນັກງານສະມາຊິກພັກ, ພະນັກງານ – ນັກຮົບ ພາຍໃນຫ້ອງຕໍາຫຼວດ ເຂົ້າຮ່ວມ.

      ທ່ານ ພັນໂທ ພັດທະນາ ວົງຄໍາສີ ຮອງຫົວໜ້າຫ້ອງ ຕໍາຫຼວດ, ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວຊີ້ນໍາ-ນໍາພາ ວຽກງານວິຊາສະເພາະ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022, ເຊີ່ງຄະນະພັກ-ຄະນະຫ້ອງ ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ຈື່ງເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດ ອຸນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ເຄື່ອນໄຫວວຽກງານວິຊາສະເພາະ ໃນການຕິດຕາມກວດກາພະນັກງານ-ນັກຮົບໃຫ້ປະຕິບັດຕາມພື້ນຖານຫຼັກການຂອງກົດໝາຍ.

ໄລຍະ 01 ປີຜ່ານມາ ສາມາດເຄື່ອນໄຫວປະຕິບັດວຽກງານວິຊາສະເພາະສໍາເລັດຜົນຕາມພາລະບົດບາດສະເເດງອອກ ດັ່ງນີ້: ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ມີຄະດີເກີດຂຶ້ນທັງໝົດ 280 ເລື່ອງ ສົມທຽບໃສ່ປີຜ່ານມາເພີ່ມຂື້ນ 46 ເລື່ອງ, ຜູ້ຖືກຫາ 369 ຄົນ, ຍິງ 40 ຄົນ, ຄົນຕ່າງປະເທດ 09 ຄົນ, ຂອງກາງຢາບ້າ 633,574 ເມັດ, ເຮໂລອິນ 600 ແທ່ງ ນໍ້າໜັກ 231 ກິໂລກຣາມ, ຢາໄອສ 35 ກິໂລກຣາມ, 51 ຫໍ່ນ້ອຍ, ຝິ່ນ 03 ກິໂລ, ຄັນຊາ 4.472 ກິໂລກຣາມ, ແກ່ນກັນຊາ 08 ກິໂລ, ປຶນ 53 ກະບອກ, ລູກປືນ 142 ລູກ, ລົດໃຫ່ຍ 20 ຄັນ, ລົດຈັກ 29 ຄັນ ແລະ ເຄື່ອງຂອງກາງອື່ນໆອີກຈໍານວນໜື່ງ, ປກສ ແຂວງ ດໍາເນີນ 259 ລາຍ, ສົ່ງສໍານວນຄະດີໃຫ້ອົງການໄອຍາການປະຊາຊົນ ແຂວງ 148 ເລື່ອງ, ຜູ້ຖືກຫາ 172 ຄົນ ຍີງ 12 ຄົນ.

ວຽກງານຈະລາຈອນ ມີອຸປະຕິເຫດເກີດຂຶ້ນທັງໝົດ 333 ເລື່ອງ, ສົມທຽບໃສ່ປີ 2021 ເພີ່ມຂື້ນ 72 ລາຍ, ພາຫະນະເປ່ເພທັງໝົດ 604 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 530 ຄົນ, ເສຍຊີວິດ 51 ຄົນ, ຜົນເສຍຫາຍຈາກອຸປະຕິເຫດທີ່ເກີດຂື້ນປະມານ 22.640.000.000 ກິບ.

ວຽກງານບໍລິຫານຫ້ອງການ ເຮັດບົດສະຫຼຸບປະຈໍາອາທິດ , ປະຈໍາເດືອນ, 03 ເດືອນ, 06 ເດືອນ ແລະ 01 ປີ ເພື່ອສະຫຼຸບລາຍງານຂັ້ນເທີງຕາມສາຍຕັ້ງ, ສາຍຂວາງ ເປັນປະຈໍາ, ສ່ອງແສງຢູ່ຫ້ອງການ ປກຊ-ປກສ ແຂວງ ໄດ້ 96 ຄັ້ງ, ວຽກງານສືບຂ່າວອາຍາໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ ສະຫຼຸບສັງລວມ ລາຍງານສະພາບເປັນປະຈໍາ, ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ມີອັກຄີໄຟເກີດຂຶ້ນ 14 ຄັ້ງ ຜົນເສຍຫາຍ 4.454.959.000 ກີບ.

ວຽກງານຕ້ານການຄ້າມະນຸດ ຄະດີເກີດຂຶ້ນ 08 ເລື່ອງ, ມີຜູ້ຖືກຫາ 11 ຄົນ ຍີງ 03, ຄະດີຂົ່ມຂືນທໍາສໍາເລົາເດັກ 02 ເລື່ອງ, ທໍາມິດສະຈານ 02 ເລື່ອງ, ດໍາເນີນຄະດີແກ້ໄຂສໍາເລັດ 04 ເລື່ອງ, ກໍາລັງດໍາເນີນ 04 ເລື່ອງ.

ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ສຶກສາອົບຮົມຜູ້ບໍາບັດໄດ້ 96 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 2.148 ຄົນ, ຍິງ 840 ຄົນ.

ວຽກງານສີ່ງແວດລ້ອມ  ມີຄະດີເກີດຂື້ນ 53 ເລື່ອງ, ຜູ້ຖືກຫາ 69 ຄົນ, ຍີງ 10 ຄົນ, ເຮັດຜິດໃນຂໍ້ຫາ ຂຸດຄົ້ນແຮ່ທາດບໍ່ຖືກຕ້ອງ, ລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້, ຊື້ຂາຍຊັບຜິດກົດໝາຍ, ເຄື່ອນຍ້າຍໄມ້ບໍ່ຖືກຕ້ອງ ແລະ ລັກລອບຊື້-ຂາຍນໍ້າມັນຜິດກົດໝາຍ.

ຈາກນັ້ນ ບັນດາຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ປະຈໍາປີ 2022 ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຕອບຄໍາຖາມເຈາະຈີ້ມຈາກຄະນະປະທານ ເພື່ອຄົ້ນຄວ້າປຶກສາຫາລືຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ, ເຮັດໃຫ້ວຽກງານວິຊາສະເພາະມີບາດກ້າວອັນໃໝ່ ທັນສະໄໝຂື້ນກວ່າເກົ່າ.

 

 

About admin11