ປກສ ເມືອງຄໍາເກີດ ກັກຕົວຜູ້ຄ້າຂາຍຢາເສບຕິດ ພ້ອມຂອງກາງ ຢາບ້າ  ເກືອບ 4 ພັນເມັດ

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 25 ທັນວາ 2021 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຢູ່ບ້ານໜອງເມກ ແລະ ບ້ານວັງຜາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມີເປົ້າໝາຍຈໍານວນໜື່ງ ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ໃຊ້ເຄຫະສະຖານ (ເຮືອນ) ເປັນບ່ອນມົ້ວສຸມຢາເສບຕິດ ຈໍານວນ 7 ຈຸດ.

ເຈົ້າໜ້າທີ່ວິຊາສະເພາະ ຈີ່ງໄດ້ລົງພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງ, ມາຮອດ ວັນທີ 30 ທັນວາ 2021 ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດແບ່ງກໍາລັງ ລົງກວດຄົ້ນເຄຫະສະຖານ (ເຮືອນ) ຂອງເປົ້າໝາຍ ສາມາດກັກຕົວຜູ້ຖືກຫາ ຄ້າຂາຍຢາເສບຕິດ ໄດ້ຈໍານວນ 4 ຄົນ, ຍິງ 1 ຄົນ ພ້ອມຂອງກາງ ຢາບ້າທັງໝົດ ຈໍານວນ 3,839 ເມັດ.

ລາຍຊື່ຜູ້ຖືກຫາ ມີຄື: ທ້າວ ໄມ ອາຍຸ 37 ປີ, ປະຊາຊົນ ບ້ານ  ໜອງເມກ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງກາງຢາບ້າ ຈໍານວນ 3,049 ເມັດ, ທ້າວ ໄຊດົວຢ່າງ ອາຍຸ 50 ປີ, ປະຊາຊົນ ບ້ານວັງຜາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ຂອງກາງ ຢາບ້າ 589 ເມັດ, ທ້າວ ໄຊຄືຢ່າງ ອາຍຸ 50 ປີ ແລະ ນາງ ໄມຊົງ ອາຍຸ 46 ປີ ທັງສອງ ຜົວເມຍກັນ ເປັນປະຊາຊົນ ບ້ານວັງຜາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຂອງກາງຢາບ້າ  200 ເມັດ.

ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈີ່ງໄດ້ນໍາຕົວ ຜູ້ຖືກຫາ ທັງ 4 ຄົນ ພ້ອມຂອງກາງຢາເສບຕິດ ຈໍານວນດັ່ງກ່າວ ມາສືບສວນ – ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

 

 

 

About admin11