ເຈົ້າແຂວງ ລົງຢ້ຽມຢາມ ກຳລັງກອງຮ້ອຍຊາຍແດນ 254

ໃນວັນທີ 26 ກໍລະກົດ 2022 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ, ພົບປະໂອລົມ ກຳລັງປ້ອງກັນຊາດກອງຮ້ອຍທະຫານຊາຍແດນ 254 ດອນຄອນລາດ ເມືອງທ່າພະບາດ ໂດຍການນໍາພາທາງຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ຮ່ວມພາທາງ.

ທ່ານ ພັນໂທ ສົມຫວັງ ກົງເກດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 254 ດອນຄອນລາດ ໄດ້ລາຍງານສະພາບໂດຍລວມໃນການປະຕິບັດໜ້າທີ່ໄລຍະຜ່ານມາ ໃຫ້ຄະນະທ່ານເຈົ້າແຂວງຮັບຊາບ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບາງວຽກງານທີ່ເປັນຈຸດສູມໃນສະເພາະໜ້າ ໂດຍລວມແລ້ວເຫັນວ່າ ປະຊາຊົນທີ່ອາໃສຢູ່ລຽບຕາມຊາຍແດນ ແມ່ນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ – ລັດ ກໍ່ຄືອຳນາດການປົກຄອງຂັ້ນເມືອງ – ບ້ານ ໂດຍການຫັນທຳການຜະລິດເປັນສິນຄ້າ ເປັນຕົ້ນແມ່ນການປູກຝັງ, ລຽ້ງສັດ ແລະ ການປະມົງ.

ສຳລັບກົມກອງ ແມ່ນໄດ້ຜັນຂະຫຍາຍແຜນງານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ກະຊວງປ້ອງກັນປະເທດວາງອອກ ໂດຍການຫັນລົງກໍ່ສ້າງຮາກຖານຕາມຂອບເຂດຄວາມຮັບຜິດຊອບ, ສຳເລັດອົບຮົມຫັດແອບການເມືອງ – ການທະຫານ ແລະ ພະລາ – ເຕັກນິກປະຈໍາໄຕມາດ 2, ເຄື່ອນໄຫວລາດຄະເວນເປັນປົກກະຕິ, ຖືສຳຄັນວຽກງານການເມືອງ – ແນວຄິດໃນຖັນແຖວສະມາຊິກພັກ, ພະນັກງານ – ນັກຮົບ, ສັງລວມແລ້ວເຫັນວ່າມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທຸກດ້ານ ກຳລັງມີຄວາມເຕີບໃຫຍ່ເຂັ້ມແຂງ.

ໃນພິທີ ຄະນະທ່ານ ເຈົ້າແຂວງ ບໍລິຄຳໄຊ ຍັງໄດ້ຊີ້ນຳວຽກງານທີ່ເປັນຈຸດສູມຫຼາຍດ້ານ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານກະຊວງປ້ອງກັນປະເທດວາງອອກ, ແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ໜ້າທີ່ຮັບຜິດຊອບຂອງຄະນະພັກ, ຄະນະກອງຮ້ອຍ ກັບສະພາບແວດລ້ອມພື້ນທີ່ຕົວຈິງ.

ໂອກາດນີ້ ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະບັນຊາກອງຮ້ອຍຊາຍແດນ 254 ຈົ່ງຖືເອົາວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຖືເອົາວຽກງານສຶກສາອົບຮົມການເມືອງ -ແນວຄິດເປັນກົກ ຍົກສູງສະຕິລະວັງຕົວ, ຈັດຕັ້ງຫັດແອບຍຸທະວີທິເປັນປະຈຳ ໃຫ້ມີຄວາມຊຳນານ, ເປັນມືອາຊີບ, ປະຕິບັດຕາມທິດເພີ່ງຕົນເອງ, ກຸ້ມຕົນເອງ ຫັນເອົາການປູກ – ການລ້ຽງ ໂດຍນຳໃຊ້ທ່າແຮງຂອງກົມກອງໃຫ້ກາຍເປັນສິນຄ້າ ເຮັດໃຫ້ກົມກອງມີຄວາມເຕີບໃຫຍ່ເຂັ້ມແຂງ.

ໂອກາດທີ່ທ່ານ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫົງບຂັ້ນແຂວງ ມາຢ້ຽມຢາມກອງຮ້ອຍຊາຍທະຫານຊາຍແດນ 254 ໃນຄັ້ງນີ້ ຍັງໄດ້ຂີ່ເຮືອລາດຕະເວນ ສຳຫຼວດຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນທັງສອງຟາກຝັ່ງ ແລະ ຍັງໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກຈຳນວນໜຶ່ງ ເປັນຕົ້ນແມ່ນເຂົ້າສານໜຽວ, ໝີ່ສຳເລັດຮູບ, ປາກະປ໋ອງ ມອບໃຫ້ກອງຮ້ອຍທະຫານຊາຍແດນ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈຳວັນ.

About admins14